ປະທານສະພາແຫ່ງຊາດ ເຂົ້າຮ່ວມລາຍການສະແດງສິລະປະ “ສະຫງ່າງາມປະເທດ ຫວຽດນາມ”

(VOVWORLD) - 75 ປີຜ່ານມາ, ພັກ ແລະ ປະຊາຊົນໄດ້ໝູນໃຊ້ແນວຄິດແຂ່ງຂັນຮັກຊາດຂອງປະທານ ໂຮ່ຈີມິນ ໃນແຕ່ລະໄລຍະການປະຕິວັດ
ປະທານສະພາແຫ່ງຊາດ ເຂົ້າຮ່ວມລາຍການສະແດງສິລະປະ “ສະຫງ່າງາມປະເທດ ຫວຽດນາມ” - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມລາຍການ)

ຕອນຄ່ຳວັນທີ 03 ມິຖຸນາ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມລາຍການສະແດງສິລະປະ “ສະຫງ່າງາມປະເທດ ຫວຽດນາມ” ໂດຍໜັງສືພິມຜູ້ແທນປະຊາຊົນ ເປັນເຈົ້າພາບຈັດຂຶ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງໃຫ້ປະຊາຊົນແຂ່ງຂັນຮັກຊາດ (11 ມິຖຸນາ 1948 – 11 ມິຖຸນາ 2023).

ຄຳຮຽກຮ້ອງໃຫ້ປະຊາຊົນແຂ່ງຂັນຮັກຊາດຂອງປະທານ ໂຮ່ຈີມິນ ໄດ້ລະດົມກຳລັງໃຈ, ຮຽກຮ້ອງທົ່ວພັກ, ປະຊາຊົນທຸກຊັ້ນວັນນະ ເສີມຂະຫຍາຍມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີ, ເຈດຈຳນົງເຂັ້ມແຂງດ້ວຍຕົນເອງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສ້າງຜົນງານທີ່ສະຫງ່າອົງອາດ. ການແຂ່ງຂັນໄດ້ກາຍເປັນກຳລັງໜູນເພື່ອນຳການປະຕິວັດ ຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ.

75 ປີຜ່ານມາ, ພັກ ແລະ ປະຊາຊົນໄດ້ໝູນໃຊ້ແນວຄິດແຂ່ງຂັນຮັກຊາດຂອງປະທານ ໂຮ່ຈີມິນ ໃນແຕ່ລະໄລຍະການປະຕິວັດ; ປຸກລະດົມຫຼາຍຂະບວນການແຂ່ງຂັນຮັກຊາດ ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃນບັນດາຂົງເຂດຂອງຊີວິດ, ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ