ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານເວທີປາໄສຜູ້ອອກແຮງງານປີ 2023

(VOVWORLD) - ນີ້ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກກຳມະບານ, ຜູ້ອອກແຮງງານສະເໜີ, ຍົກອອກຂໍ້ສະເໜີແນະຕໍ່ສະພາແຫ່ງຊາດ, ການນຳສະພາແຫ່ງຊາດກ່ຽວກັບນະໂຍບາຍ, ກົດໝາຍກ່ຽວຂ້ອງເຖິງຜູ້ອອກແຮງງານ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານເວທີປາໄສຜູ້ອອກແຮງງານປີ 2023 - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ
(ພາບ: ເລິມຫຽນ)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງກຳມະບານ ຫວຽດນາມ (28 ກໍລະກົດ 1929 – 28 ກໍລະກົດ 2023), ຕອນບ່າຍວັນທີ 28 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານເວທີປາໄສຜູ້ອອກແຮງງານປີ 2023. ດ້ວຍຫົວຂໍ້ “ສ້າງນະໂຍບາຍ, ກົດໝາຍກ່ຽວຂ້ອງເຖິງຜູ້ອອກແຮງງານ ແລະ ອົງການກຳມະບານໃຫ້ສົມບູນແບບ”, ເວທີປາໄສໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າກຳມະກອນ, ຜູ້ອອກແຮງງານຫຼາຍກວ່າ 500 ຄົນໃນທົ່ວປະເທດ.

        ນີ້ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກກຳມະບານ, ຜູ້ອອກແຮງງານສະເໜີ, ຍົກອອກຂໍ້ສະເໜີແນະຕໍ່ສະພາແຫ່ງຊາດ, ການນຳສະພາແຫ່ງຊາດກ່ຽວກັບນະໂຍບາຍ, ກົດໝາຍກ່ຽວຂ້ອງເຖິງຜູ້ອອກແຮງງານ ແລະ ການເຄື່ອນໄຫວກຳມະບານ. ເວທີປາໄສນີ້ຈະສຸມໃສ່ບັນດາໝວດບັນຫາຕົ້ນຕໍ, ຄື:ການສ້າງກົດໝາຍ, ລະບອບລະບຽບການກ່ຽວກັບການສ້າງວຽກເຮັດງານທຳ, ຍົກສູງລາຍຮັບ, ປົວແປງຊີວິດການເປັນຢູ່ ແລະ ປັບປຸງເງື່ອນໄຂເຮັດວຽກຂອງຜູ້ອອກແຮງງານ…; ປະກອບຄຳເຫັນຕໍ່ບັນດາຮ່າງກົດໝາຍທີ່ກ່ຽວຂ້ອງໂດຍກົງເຖິງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ, ຄື: ກົດໝາຍວ່າດ້ວຍປະກັນສັງຄົມ, ກົດໝາຍວ່າດ້ວຍເຮືອນຢູ່ອາໃສ, ກົດໝາຍວ່າດ້ວຍກຳມະບານ, ກົດໝາຍວ່າດ້ວຍທີ່ດິນ…

ຕອບກັບ

ຂ່າວ/ບົດ​ອື່ນ