ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກກັບການນຳແຂວງ ຊອັກຈັງ

(VOVWORLD) - ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ແຂວງ ຊອັກຈັງ ຄວນຂຸດຄົ້ນທ່າແຮງກ່ຽວກັບທີ່ຕັ້ງຍຸດທະສາດເຂດແຄມທະເລທີ່ສຳຄັນ ແລະ ພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ເຂດຢ່າງມີປະສິດທິຜົນ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກກັບການນຳແຂວງ ຊອັກຈັງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ທີ່ກອງປະຊຸມ

ໃນການປະຕິບັດງານຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຕອນເຊົ້າວັນທີ 9 ຕຸລາ, ຢູ່ແຂວງ ຊອັກຈັງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຮັດວຽກກັບການນຳແຂວງ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ແຂວງ ຊອັກຈັງ ຄວນຂຸດຄົ້ນທ່າແຮງກ່ຽວກັບທີ່ຕັ້ງຍຸດທະສາດເຂດແຄມທະເລທີ່ສຳຄັນ ແລະ ພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ເຂດຢ່າງມີປະສິດທິຜົນ, ເພື່ອກໍ່ສ້າງ ແຂວງ ຊອັກຈັງ ກາຍເປັນປະຕູໃຫຍ່ໄຂອອກສູ່ທະເລຕາເວັນອອກ ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ແມ່ນສູນກາງປະສານງານຂອງເຂດໃນຂົງເຂດກະສິກຳ, ອຸດສາຫະກຳ, ການບໍລິການ, logistics, ບັນດາໂຄງການພະລັງງານດ້ວຍຈຸດສຸມແມ່ນທ່າກ່ຳປັ່ນຢູ່ນອກປາກທະເລ ເຈິ່ນເດ່.

        ທ່ານປະທານສະພາແຫ່ງຊາດ ຖືວ່າ: ບັນຫາໃຫຍ່ຂອງ ຊອັກຈັງ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນເສັ້ນທາງຄົມມະນາຄົມເຊື່ອມຕໍ່, ເມື່ອມີການເຊື່ອມຕໍ່ຈະສ້າງກຳລັງໜູນໃຫ້ແກ່ທ້ອງຖິ່ນ. ດັ່ງນັ້ນ, ແຂວງ ຊອກຈັງ ສືບຕໍ່ຍູ້ໄວວິວັດການຫັນເປັນຕົວເມືອງ, ຮັບປະກັນການເຊື່ອມຕໍ່ລະຫວ່າງບັນດາຕົວເມືອງເປັນກຳລັງໜູນກັບບັນດາເຂດ, ກຸ່ມອຸດສາຫະກຳ ແລະ ການບໍລິການ…

ຕອບກັບ

ຂ່າວ/ບົດ​ອື່ນ