ປະທານສະພາແຫ່ງຊາດ ແດນມາກ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາແຫ່ງຊາດ ແດນມາກ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ຄະນະຜູ້ແທນສະພາແຫ່ງຊາດ ແດນມາກ ຢ້ຽມຢາມບ່ອນຢູ່ ແລະ ເຮັດວຽກ ຂອງປະທານໂຮ່ຈີມິນ
(ພາບ: vietnamplus.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 7/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ລາຊະ​ອານາຈັກ​ ​ແດນ​ມາກ Mogens Lykketoft ​ແລະ ພັນ​ລະ​ຍາ​ໄດ້​​ເດີນທາງອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 5 – 7/3 ຢ່າງ​ເປັນ​ທາງ​ການ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Mogens Lykketoft  ​ໄດ້​​ເຈລະຈາ ກັບ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ​ໂອ້​ລົມ​ກັບ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ບັນດາ​ກຳ​ມາ​ທິການຂອງ​ສະພາ​ແຫ່ງ​ຊາດ ​ແລະ ກະຊວງ​ຍຸຕິ​ທຳ. ທີ່​ການ​ເຈລະຈາ, ພົບ​ປະ, ​ເຮັດ​ວຽກ​ຄັ້ງ​ຕ່າງໆ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Mogens Lykketoft ​ໄດ້ຕີ​ລາຄາ​ສູງ​ເລື່ອງ​ຫວຽດນາມ ນຳ​ໃຊ້​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ​ຂອງ ​ແດນ​ມາກ ​ໃນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ມະນຸດ ຢ່າງ​ມີ​ປະສິ​ດທິຜົນ ​ແລະ ​ແທດ​ຈິງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ແດນ​ມາກ ​ແລະ ບັນດາ​ການ​ນຳ​ສະພາ​ແຫ່ງ​ຊາດ, ລັດຖະບານ​ຫວຽດນາມ ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ​ເປີດກ້ວາງ​ການ​ພົບ​ປະ​ແລ​ກປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ, ນຳສາຍ​ພົວພັນ​ຫວຽດນາມ​ - ​ແດນ​ມາກ ​ໃຫ້ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທ​ດຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ