ປະທານສະພາແຫ່ງຊາດສິ້ນສຸດການຢ້ຽມຢາມ3ປະເທດລາວ,ກຳປູເຈຍແລະມຽນມາ

ປະທານສະພາແຫ່ງຊາດສິ້ນສຸດການຢ້ຽມຢາມ3ປະເທດລາວ,ກຳປູເຈຍແລະມຽນມາ - ảnh 1
ທ່ານນາງ ຫງວຽນທິກີມເງິນ ກ່າວຄຳເຫັນທີ່ AIPA 37

(vovworld) - ຕອນ​ບ່າຍ​ວັນ​ທີ 01/10, ທ່ານນາງ ຫງວຽນ​ທິກີມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຂອງ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກັບ​ເມືອ​ຮອດ​ ນະ​ຄອນຫຼວງ ຮ່າ​ໂນ້ຍ, ສິ້ນສຸດການ​ຢ້ຽມ​ຢາມມິດ​ຕະ​ພາບ​ຢ່າງ​ທາງ​ການ 3 ປະ​ເທດ ສາ​ທາ​ລະ​ນະ​ລັດປະ​ຊາ​ທິປະ​ໄຕປະ​ຊາ​ຊົນລາ​ວ, ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ແລະ ສະ​ຫະ​ພາບ ​ມຽນ​ມາ (ແຕ່​ວັນ​ທີ 25/9 ເຖິງ 1/10)​ ຢ່າງ​ດີ​ງາມ. ການ​ຢ້ຽມ​ຢາມ​​ໄດ້ ເປີດບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່ ໃນ​ການ​ພົວ​ພັນ​ການທູດລັດ​ຖະ​ສະ​ພາ, ເພີ່ມ​ທະ​ວີການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມືຮອບ​ດ້ານ​ສອງ​ຝ່າຍ​ ແລະ ການ​ຮ່ວມ​ມືຫຼາຍ​ດ້ານກວ່າ​ອີກ

        ຕາມ ທ່ານ ຫງວຽນ​ວັນ​ເຢົ່າ ປະທານກຳມາທິການ​ ​ການຕ່າງ​ປະ​ເທດຂອງ​ສະ​ພາ​ແຫ່ງ​ຊາດ​ແລ້ວ ການ​ປະ​ຕິ​ບັດ​ງານ ຢູ່ ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນລາ​ວ ຂອງ ທ່ານນາງ ຫງວຽນ​ທິກີມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ຊ່ວຍ​​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຢ່າງ​ຈະແຈ້ງ, ທ່ານນາງ ຫງວຽນ​ທິກີມ​ເງິນ ໄດ້​ມີບັນ​ດາ​ການ​ພົບ​ປະເຈ​ລະ​ຈາ​ ກັບການ​ນຳ​ຂັ້ນ​ສູງ ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນລາ​ວ, ພ້ອມ​ກັບ ທ່ານ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາບົດ​ຮຽນ ກ່ຽວ​ກັບ​ການຄຸ້ມ​ຄອງໜີ້ສາທາລະນະ.

        ທີ່​ກຳ​ປູ​ເຈຍ, ທ່ານນາງ ຫງວຽນ​ທິກີມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້ພົບ​ປະ ບັນ​ດາ​ການນຳ​ສູງ​ສຸດ ຂອງ ກຳ​ປູ​ເຈຍ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ນຳ​ກັນ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກເພື່ອຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈີ່ງ​ຂອງ​ປະ​ຊາ​ຊົນ ກໍ່​ຄື ສອງ​ປະ​ເທດໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ຢູ່ ມຽນ​ມາ, ໃນ​ບັນ​ດາ​ການ​ຕ້ອນ​ຮັບ ທ່ານນາງ ຫງວຽນ​ທີ້​ກີມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊາດ, ກາ​ນນຳ ສະ​ຫະ​ພາບມຽນມາ ລ້ວນ​ແຕ່​ຕີ​ລາ​ຄາ​ສູງ ແລະ ອວຍ​ພອນ​ ຫວຽດ​ນາມ ກ່ຽວ​ກັບ​ບັນ​ດາ​ຜົນງານ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ໃນ​ບັນ​ດາ ທົດສະວັດ​ຜ່ານ​ມາ, ພິ​ເສດແມ່ນ​ເມື່ອ​ ຫວຽດ​ນາມ ​ປະ​ຕິ​ບັດ​​ພາ​ລະ​ກິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ. ການນຳ​​ຂັ້​ນ​ສູງຂອງ ມຽນ​ມາ ກໍ່​ປາດ​ຖະ​ໜາ​ຢາກແລກ​ປ່ຽນ ແລະ ​ຮ່ຳຮຽນ​​ເອົາບົດ​ຮຽນຈາກອົງ​ການ​ນິ​ຕິ​ບັນ​ຍັດ ຂອງ ຫວຽດ​ນາມ. ​ແລະ​ກໍ່ໃນ​ການປະ​ຕິ​ບັດ​ງານ​ຢູ່ ມຽນ​ມາ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຂອງ ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ໄດ້​ມ​ີ​ບັນ​ດາການ​ປະ​ກອບ​ສ່ວນ​ເຂົ້າຜົນສຳເລັດ ຂອງ ກອງ​ປະ​ຊຸມ​ໃຫຍ່​ສະ​ມັດ​ຊາ​ລັດ​ຖະ​ສະ​ພາ​ ລະ​ຫວ່າງ​ ຊາດ​ອາ​ຊຽນ

ຂ່າວ/ບົດ​ອື່ນ