ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຈລະຈາກັບປະທານສະພາສູງຍີ່ປຸ່ນYamazaki Masaaki

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຈລະຈາກັບປະທານສະພາສູງຍີ່ປຸ່ນYamazaki Masaaki - ảnh 1
(ທ່ານປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ແລະ
​ທ່ານປະທານ​ສະພາ​ສູງ​ຍີ່ປຸ່ນ Yamazaki Masaaki)

(vovworld) - ທີ່​ການ​ເຈລະຈາ​ໃນ​ຕອນ​ບ່າຍ​ວັນ​ທີ 7/12 ຢູ່​ຮ່າ​ໂນ້ຍ, ທ່ານປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ​ໄດ້​ສະ​ເໜີ​ທ່ານປະທານ​ສະພາ​ສູງ​ຍີ່ປຸ່ນ Yamazaki Masaaki ​ເອົາ​ໃຈ​ໃສ່​ສະໜັບສະໜູນ​ເລື່ອງ​ຜັນ​ຂະຫຍາຍ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ກ່ຽວ​ກັບ​ເສດຖະກິດ; ຊຸກຍູ້​ລັດຖະບານ​ຍີ່ປຸ່ນ ສືບ​ຕໍ່​ຮັກສາ ODA ​ໃນ​ລະດັບ​ສູງ ​ເພື່ອ​ຊ່ວຍ​ຫວຽດນາມ​ພັດທະນາ​ຢ່າງ​ໝັ້ນຄົງ, ປະຕິບັດ​ສຳ​ເລັດ​ຄາດໝາຍ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ໃນ​ປີ 2020 ​ໂດຍ​ພື້ນຖານ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ສ້າງ​ເປັນ​ກຳລັງ​ແຮງ, ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະ​ຫະປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ບັນດາ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ສ່ວນທ່ານປະທານ​ສະພາ​ສູງ​ຍີ່ປຸ່ນ Yamazaki Masaaki ກໍ່​ຢືນຢັນ​ວ່າ, ສະພາ​ສູງ​ຍີ່ປຸ່ນ ​ແລະ ທ່ານ​ເອງ​ກໍ່​ປາຖະໜາ​ຢາກ​ປະກອບສ່ວນ​ຫຼາຍ​ກວ່າ​ອີກ ​ເພື່ອ​ໃຫ້ການ​ພົວພັນ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ.

        ການ​ນຳ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ຮັກສາ​ການ​ຢ້ຽມຢາມ, ພົບ​ປະ​ຂັ້ນ​ສູງ​ລະຫວ່າງ​ການ​ນຳ​ສອງ​ອົງການ​ນິຕິບັນຍັດ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຄະນະ​ກຳມະການ​ວິຊາ​ການ, ບັນດາ​ສະມາຊິກ​ລັດຖະສະພາ​ໜຸ່ມ. ສອງ​ຝ່າຍ​ຈະ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ ກໍ່​ຄື​ບັນດາ​ບັນຫາທີ່​ທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ