ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຊັນຢັ້ງຢືນລັດຖະທຳມະນູນ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຊັນຢັ້ງຢືນລັດຖະທຳມະນູນ - ảnh 1
ມີຜູ້ຕາງໜ້າ​ບັນ​ດາ​ກະຊວງ, ຂະ​ແໜງ​ກາ​ນສູນ​ກາງເຂົ້າຮ່ວມພິທີ
(ພາບ: Nhan Sáng/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 2/12, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ກຳມາ​ທິການ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ເຊັນຢັ້ງຢືນ​ ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ ​​ເຊິ່ງ​ໄດ້ຮັບ​ການ​ຮັບຮອງ​ເອົາ​ໃນ​ວັນ​ທີ 28/11/2013 ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພ​າ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13. ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມມີ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ, ທ່າ​ນຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ເຈີ່ນດ້າຍ​ກວາງ ​ແລະ ຜູ້ຕາງໜ້າ​ບັນ​ດາ​ກະຊວງ, ຂະ​ແໜງ​ກາ​ນສູນ​ກາງ, ສະມາຊິກ​ຄະນະ​ປັບປຸງ​ລັດຖະທຳ​ມະນູນ ປີ 1992.

    ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢືນຢັນ​ວ່າ: ລັດຖະທຳ​ມະນູນ​ແມ່ນ​ເອກະສານ​ການ​ເມືອງ, ນິຕິ​ກຳ​ສຳຄັນ​ພິ​ເສດ, ​ແມ່ນ​ກົດໝາຍ​ພື້ນຖານ, ກົດໝາຍ​ຕົ້ນ​ສະບັບຂອງ​ລັດ, ສ່ອງ​ແສງ​ເຈດ​ຈຳນົງ, ຜົນ​ປະ​ໂຫຍ​ດຂອງ​ທົ່ວ​ປວງ​ຊົນ, ກຳນົດ​ທິດ​ຍຸດ​ທະ​ສາດ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່:

    “ລັດຖະທຳ​ມະນູນຢັ້ງຢືນອີກ​ເທື່ອ​ໜຶ່ງ​ແນວ​ຄິດ​ຈິດ​ໃຈ​ອະມະຕະຂອງ​ປະຊາຊົນ ຫວຽດນາມ​ແມ່ນ​ຍົກ​ສູງ​ສິດທິ​ມະນຸດ, ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ສ່ອງ​ແສງ​ຄຸນຄ່າ​ອັນ​ສູງ​ສົ່ງ, ຄຸນ​ນະ​ທາ​ດປະຊາທິປະ​ໄຕ​ກ້າວໜ້າ​ຂອງ​ລັດ ​ແລະ ລະບອບ ຫວຽດນາມ ​ໃນ​ໄລຍະ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ. ລັດຖະທຳ​ມະນຸ​ນສະບັບ​ໃໝ່​ກຳນົດ​ຢ່າງ​ຈະ​ແຈ້ງ, ຄົບ​ຖ້ວນ​ລະບອບ​ກົດໝາຍ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ສິ່ງ​ແວ​ດລ້ອມ, ປົກປັກ​ຮັກສາ​ປະ​ເທດ​ຊາດ, ກ່ຽວ​ກັບ​ການຈັດ​ຕັ້ງ​ກົງ​ຈັກ​ລັດ, ກ່ຽວ​ກັບ​ຜົນ​ສັດ​ສິດ ​ແລະ ການ​ປັບປຸງ​ລັດຖະທຳ​ມະນູນ. ລັດຖະທຳ​ມະນູນ​ກໍ່​ຢັ້ງຢືນ​ຄຸນ​ຄ່າ​ບໍ່​ສາມາດ​ປ່ຽນ​ແປງ​​ໄດ້​ຂອງ​ອະທິປະ​ໄຕ​ແຫ່ງ​ຊາດ​ຂອງ​ປະຊາຊົນ ຫວຽດນາມ ​ເອກະລາດ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ ສສ ຫວຽດນາມອີກ​ດ້ວຍ.”


ຂ່າວ/ບົດ​ອື່ນ