ປະທານສະພາແຫ່ງຊາດຫງວຽນທິກິມເງິນ:ຍົກສູງປະສິດທິຜົນການສົ່ງເສີມການຄ້າແລະສົ່ງເສີມການລົງທຶນ

ປະທານສະພາແຫ່ງຊາດຫງວຽນທິກິມເງິນ:ຍົກສູງປະສິດທິຜົນການສົ່ງເສີມການຄ້າແລະສົ່ງເສີມການລົງທຶນ - ảnh 1
ທ່ານ​ນາງຫງວຽນ​ທິກິມ​ເງິນ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ກອງ​ປະຊຸມ​ສະ​ໄໝ​ສາມັນຄັ້ງ​ທີ 11, ​ສະພາ​ປະຊາຊົນ​ແຂວງ​ເບ໋ນ​ແຈ

(vovworld) -  ຕອນ​ເຊົ້າ​ວັນ​ທີ 8/12, ທ່ານ​ນາງຫງວຽນ​ທິກິມ​ເງິນ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ກອງ​ປະຊຸມ​ສະ​ໄໝ​ສາມັນຄັ້ງ​ທີ 11, ​ສະພາ​ປະຊາຊົນ​ແຂວງ​ເບ໋ນ​ແຈ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​​​ໄຈ້​ແຍກ​, ຊີ້​ນຳ​ນຳພາ​ບາງ​ບັນຫາ​ກ່ຽວ​ກັບ​ເສດຖະກິດ-​ສັງຄົມ ​ເຊິ່ງອົງຄະ​ນະ​ພັກ-​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ເບ໋ນ​ແຈ ຄວນ​ເອົາ​ໃຈ​ໃສ່, ປະຕິບັດ​ໃນ​ປີ​ຈະ​ມາ​ເຖິງ. ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ , ຊີ້​ແຈ້ງ​ວ່າ: ປີ 2015, ບັນດາ​ຂັ້ນ, ຂະ​ແໜງ​ການ ​ແລະ ປະຊາຊົນທຸກ​ຊັ້ນ​ວັນນະຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ກ່ວາ​ອີກ ​ເພື່ອ​ສຳ​​ເລັດ​ບັນດາ​ຄາດໝາຍ​ໜ້າ​ທີ່​ຂອງ​ປີ 2015. ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຄວນເອົາ​ໃຈໃສ່ຍົກ​ສູງ​ປະສິດທິ​ຜົນ​ການ​ສົ່ງ​ເສີມ​ການ​ຄ້າ, ລົງທຶນ. ​ໃນຂົງ​ເຂດ​ກະສິກຳຕ້ອງ​ເພີ່ມ​ທະວີການ​ລະດົມ​ບັນດາ​ແຫຼ່ງກຳລັງ​ໃຫ້​ແກ່ການ​ລົງທຶນກໍ່ສ້າງ​​ໂຄງ​ຮ່າງ, ​ເສດຖະກິດ-​ສັງຄົມ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ກໍ່​ຍົກ​​ບາງ​ໝາກຜົນ​ພົ້ນ​ເດັ່ນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ສະພາ​ແຫ່ງ​ຊາດ​ເທື່ອ​ທີ 8, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ບາງ​ໝາກຜົນ​ດ້ານ​ເສດຖະກິດ-​ສັງຄົມ​ຂອງ​ປະ​ເທດ, ບັນດາ​ບັນຫາ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ.


ຂ່າວ/ບົດ​ອື່ນ