ປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ເຈລະຈາກັບປະທານສະພາຕໍ່າ ສ.ອິນໂດເນເຊຍ

ປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ເຈລະຈາກັບປະທານສະພາຕໍ່າ ສ.ອິນໂດເນເຊຍ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung
ຕ້ອນຮັບທ່ານ​ປະທານ​ສະພາ​ຕໍ່າ Marzuki Alie
(ພາບ: vietnamplus.vn)

(vovworld) -     ​ໂດຍ​​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung, ຄະນະ​ຜູ້​ແທນສະພາ​ຕໍ່າ ສ.ອິນ​ໂດ​ເນ​ເຊຍ ​ໂດຍ​ທ່ານ​ປະທານ​ສະພາ​ຕໍ່າ, ປະທານ​ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPA) Marzuki Alie ​ນຳ​ໜ້າ​ມາ​ຮອດ​ຮ່າ​ໂນ້ຍ ​ເລີ່ມຕັ້ນການຢ້ຽມຢາມ​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 4 – 6/9 ຢ່າງ​ເປັນ​ທາງ​ການ. ຕອນ​ເຊົ້າ​ວັນ​ທີ 5/9 ທີ່​ການ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຢືນຢັນ​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ສະພາ​ຕໍ່າ​ອິນ​ໂດ​ເນ​ເຊຍ ​ແມ່ນ​ປະກົດ​ການ​ທີ່​ມີ​ຊີວິດ​ຊີ​ວາ​ໃຫ້​ແກ່​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ມຸ່ງ​ໄປ​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ພາຍຫຼັງ​ເກືອບ 6 ທົດ​ສະ​ວັດ ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ. ທ່ານ​ປະທານ​ສະພາ​ຕໍ່າ​ອິນ​ໂດ​ເນ​ເຊຍ ​ໄດ້​ຢືນຢັນ​ວ່າ, AIPA ​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ ​ໃນ​ AIPA. ທ່ານ Marzuki Alie ​ເຊື້ອ​ໝັນ​ວ່າ ຫວຽດນາມ ຈະ​ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ AIPA ຄັ້ງ​ທີ 33 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ