ປະທານສະພາແຫ່ງຊາດຫວຽດນາມຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ, ຍາມໃດຫວຽດນາມ ກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ເປັນສຳຄັນ

ປະທານສະພາແຫ່ງຊາດຫວຽດນາມຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບທ່ານ F.Kh. Mukhametshin, ປະທານສະພາແຫ່ງລັດ Tatarstan

(ພາບ: TTXVN)

ຕອນບ່າຍວັນທີ 08 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ໄປຮອດນະຄອນ Kanzan, ສ. Tatarstan, ສະຫະພັນລັດເຊຍ, ເລີ່ມຕົ້ນການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາສະຫະພັນລັດເຊຍ Valentina Matvienko.

        ພາຍຫຼັງໄປຮອດສ. Tatarstan, ສະຫະພັນລັດເຊຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະກັບທ່ານ F.Kh. Mukhametshin, ປະທານສະພາແຫ່ງລັດ Tatarstan. ກ່າວຄຳເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ, ຍາມໃດຫວຽດນາມ ກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ເປັນສຳຄັນ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລັດເຊຍ, ພ້ອມແລ້ວທີ່ຈະສົມທົບກັບລັດຖະບານແກ້ໄຂບັນດາຄວາມຫຍຸ້ງຍາກໃນການຮ່ວມມື 2 ຝ່າຍຢ່າງທັນການ; ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ຄວາມສະດວກເພື່ອໃຫ້ບັນດາວິສາຫະກິດລັດເຊຍ, ໃນນັ້ນມີບັນດາວິສາຫະກິດຂອງ Tatarstan ແລະ Kanzan ດຳເນີນທຸລະກິດ, ທຳມາຫາກິນຢູ່ຫວຽດນາມ ແລະ ປາດຖະໜາວ່າ, Tatarstan ແລະ ນະຄອນ Kanzan ຈະສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ປະກອບສ່ວນໃຫ້ແກ່ການເພີ່ມທະວີການພົວພັນລະຫວ່າງ 2 ປະເທດ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດສະເໜີໃຫ້ສະພາແຫ່ງລັດ Tatarstan ພ້ອມກັບສະພາຕຳ Duma ແຫ່ງຊາດ ແລະ ສະພາສະຫະພັນລັດເຊຍ ສົມທົບກັບສະພາແຫ່ງຊາດຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຍົກການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່.

        ແລະກໍ່ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 08 ທັນວາ, ກ່າວຄຳເຫັນທີ່ການພົບປະກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ Kanzan, ສ.Tatarstan, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ປາດຖະໜາວ່າ, ພໍ່ແມ່ປະຊາຊົນຊາວຫວຽດນາມ ຈະສືບຕໍ່ເປັນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງສະຫະພັນລັດເຊຍ ແລະ ປະຊາຊົນຫວຽດນາມ; ສືບຕໍ່ໂຄສະນາພາບພົດ, ປະເທດຊາດ ແລະ ຊາວຫວຽດນາມ, ຜ່ານນັ້ນເພື່ອໃຫ້ປະຊາຊົນຢູ່ Kanzan, ສ.Tatarstan ຫຼື ສະຫະພັນລັດເຊຍ ເຫັນໄດ້ເຖິງພາບພົດອັນດີງາມຂອງຊາວຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ