ປະທານາທິບໍດີ Barack Obama ໝັ້ນໝາຍນຳສະຫະລັດ ອາເມລິກາ ກ້າວຂຶ້ນ

ປະທານາທິບໍດີ Barack Obama ໝັ້ນໝາຍນຳສະຫະລັດ ອາເມລິກາ ກ້າວຂຶ້ນ - ảnh 1
ປະທານາທິບໍດີ Barack Obama
ພາບ: internet

(vovworld) -  ພາຍຫລັງ​ໄດ້ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ ອີກສະໄຫມຫນຶ່ງ, ປະທານາທິບໍດີ Barack Obama  ມີ​ບົດ​ກ່າວ​ປາ​ໄສ​ຕໍ່ຫນ້າບັນດາ​ຜູ້​ສະຫນັບສະຫນູນ​ຢູ່ Chicago ດ້ວຍ​ຄຳ​ຮຽກຮ້ອງ​ທົ່ວ​ປວງ​ຊົນ​ຈົ່ງ​ສາມັກຄີ​ເພື່ອ​ພ້ອມ​ກັນ​ນຳ​ປະ​ເທດ ອາ​ເມ​ລິ​ກາ ກ້າວ​ຂຶ້ນ. ​ທ່ານ ປະທານາທິບໍດີ Obama ​ໄດ້​ເຕື້ອງ​ເຖິງ​ໂຄງການ​ດຳ​ເນີນ​ງານ​ໃນ​ອາຍຸ​ການ​ທີ​ສອງ ​ແລະ ຖື​ວ່າ: ຄວຈຳເປັນຕ້ອງມີການເຈລະຈາເພື່ອ​ນຳ​ປະ​ເທດ​ກ້າວ​ຂຶ້ນ. ປະທານາທິບໍດີ  Obama ໝັ້ນ​ໝາຍ​ຈະ​ສົມທົບ​ລະຫວ່າງ​ພັກ​ປະຊາທິປະ​ໄຕ ​ແລະ ພັກສາທາລະນະ​ລັດ ​ເພື່ອ​ປັບປຸງກົດໝາຍສ່ວຍສາອາກອນ, ປະຕິ​ຮູບ​ກົດໝາຍ​ວ່າ​ດ້ວຍ​ການ​​ເຂົ້າ​ເມືອງ ​ແລະ ຫລຸດຜ່ອນ​ການ​ຂຶ້ນ​ກັບ​ແຫ​ລ່ງນ້ຳມັນ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ. ປະທານາທິບໍດີ ສະ​ແດງ​ຄວາມ​ປາດ​ຖະຫນາ​ວ່າ ທັງ​ສອງ​ພັກ ຈະ​ຮ່ວມ​ມື​​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ສະຫະລັດ​ ອາ​ເມ​ລິ​ກາ. ປະທານາທິບໍດີ Obama ກ່າວ​ວ່າ:

        “​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ແຕກ​ຕ່າງ​ກັນ, ພວກ​ເຮົາ​ສ່ວນ​ຫລາຍ​ແບ່ງປັນ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ອະນາຄົດ​ຂອງ​ສະຫະລັດ ອາ​ເມ​ລິ​ກາ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂ້າພະ​ເຈົ້າ​ຈະ​ມານະ​ພະ​ຍາ​ຍາມ​ເພື່ອ​ຜ່ານ​ຜ່າ​ຄວາມ​ແຕກ​ຕ່າງ​ກັນ, ການ​ຮ່ວມ​ມື​ກັບ​ລະຫວ່າງການ​ນຳ​ຂອງ​ສອງ​ພັກ​ເພື່​ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຊື່​ງພວກ​ເຮົາ ​ສາມາດ​ຮັບມື.”

ຂ່າວ/ບົດ​ອື່ນ