ປະທານາທິບໍດີ Donald Trump ຢັ້ງຢືນ ອາເມລິກາ ພວມຜັນຂະຫຍາຍກຳລັງທະຫານໄປຕິດເຖິງຊາຍແດນກັບ ເມັກຊີໂກ

(VOVWORLD) - ມີພົນທະຫານຈຳນວນຫຼາຍພວມໄດ້ຮັບການຜັນຂະຫຍາຍ ແລະ ຈະບໍ່ອະນຸຍາດໃຫ້ບັນດາຂະບວນລົດຂົນສົ່ງຊາວອົບພະຍົບພາກພື້ນອາເມລິກາ ກາງ

ປະທານາທິບໍດີ Donald Trump ຢັ້ງຢືນ ອາເມລິກາ ພວມຜັນຂະຫຍາຍກຳລັງທະຫານໄປຕິດເຖິງຊາຍແດນກັບ ເມັກຊີໂກ - ảnh 1ກຳລັງພິທັກຮັກສາ ອາເມລິກາ ຢູ່ເຂດຊາຍແດນ

(ພາບ: Reuters)

ວັນທີ 31 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖະແຫຼງວ່າກອງທັບປະເທດນີ້ພວມໄດ້ຮັບການຜັນຂະຫຍາຍເຖິງເຂດຊາຍແດນທາງທິດໃຕ້ທີ່ຕິດກັບ ເມັກຊີໂກ, ເພື່ອແນໃສ່ຮັບມືກັບຂະບວນລົດຂົນສົ່ງຊາວອົບພະຍົບຈາກ ພາກພື້ນ ອາເມລິກາ ກາງ. ໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ: ມີພົນທະຫານຈຳນວນຫຼາຍພວມໄດ້ຮັບການຜັນຂະຫຍາຍ ແລະ ຈະບໍ່ອະນຸຍາດໃຫ້ບັນດາຂະບວນລົດຂົນສົ່ງຊາວອົບພະຍົບພາກພື້ນອາເມລິກາ ກາງ, ເຊິ່ງໃນນັ້ນ, ມີຫຼາຍເປົ້າໝາຍແມ່ນອາດຊະຍາກຳ ເຂົ້າເຂດດິນແດນ ອາເມລິກາ. ຈຳນວນພົນທະຫານ ອາເມລິກາ ຢູ່ເຂດຊາຍແດນກັບ ເມັກຊີໂກ ອາດຈະຂຶ້ນເຖິງ 15.000 ຄົນ.

        ໃນບົດກ່າວຄຳເຫັນອື່ນທີ່ທຳນຽບຂາວ ກ່ອນທີ່ທ່ານຈະໄປເຂົ້າຮ່ວມການຂົນຂວາຍຫາສຽງເລືອກຕັ້ງຢູ່ລັດ Florida, ທ່ານປະທານາທິບໍດີ Donald Trump ໄດ້ປະກາດວ່າ ອຳນາດການປົກຄອງຈະກະກຽມຜັນຂະຫຍາຍພາລະກອນການທະຫານແຕ່ 10.000 – 15.000 ຄົນ, ນອກຈາກກຳລັງລາດຕະເວນເຂດຊາຍແດນແລ້ວກໍ່ຍັງມີ, ກຳລັງປະຕິບັດການທີ່ຢູ່ອາໄສ ແລະ ພາສີ ແລະ ບັນດາພາກສ່ວນກ່ຽວຂ້ອງອື່ນຢູ່ເຂດຊາຍແດນຕື່ມອີກເພື່ອສະກັດກັ້ນຂະບວນຊາວອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ