ປະທານາທິບໍດີ Joe Biden ຮຽກຮ້ອງໃຫ້ວົງການການເມືອງ ອາເມລິກາ ເຄື່ອນໄຫວຢ່າງມີຄວາມຮັບຜິດຊອບ

(VOVWORLD) - ໃນຖະແຫຼງການ, ທ່ານປະທານາທິບໍດີ Joe Biden ເນັ້ນໜັກເຖິງເລື່ອງຕ້ອງບໍລິຫານປະເທດຊາດຢ່າງມີຄວາມຮັບຜິດຊອບ ແລະ ຮັບປະກັນການຖືຜົນປະໂຫຍດຂອງບັນດາຄອບຄົວ ອາເມລິກາ ສູງກ່ວາສິ່ງໃດໝົດ.
ປະທານາທິບໍດີ Joe Biden ຮຽກຮ້ອງໃຫ້ວົງການການເມືອງ ອາເມລິກາ ເຄື່ອນໄຫວຢ່າງມີຄວາມຮັບຜິດຊອບ - ảnh 1ທ່ານປະທານາທິບໍດີ Joe Biden
(ພາບ: AFP/TTXVN)

ພາຍຫຼັງທີ່ທ່ານສະມາຊິກສະພາຕ່ຳຂອງພັກສາທາລະນະ Kevin McCarthy ໄດ້ຮັບການເລືອກຕັ້ງເປັນປະທານສະພາຕ່ຳ ອາເມລິກາ ໃນວັນທີ 7 ມັງກອນ, ທ່ານປະທານາທິບໍດີ Joe Biden ຂຶ້ນກັບພັກປະຊາທິປະໄຕ ໄດ້ອວຍພອນໄຊຊະນະຂອງທ່ານ McCarthy ແລະ ປະກາດວ່າ ກຽມພ້ອມສົມທົບກັບບັນດານັກການເມືອງນິຍົມຮັກສາເດີມ. ໃນຖະແຫຼງການ, ທ່ານປະທານາທິບໍດີ Joe Biden ເນັ້ນໜັກເຖິງເລື່ອງຕ້ອງບໍລິຫານປະເທດຊາດຢ່າງມີຄວາມຮັບຜິດຊອບ ແລະ ຮັບປະກັນການຖືຜົນປະໂຫຍດຂອງບັນດາຄອບຄົວ ອາເມລິກາ ສູງກ່ວາສິ່ງໃດໝົດ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ພາຍຫຼັງການປ່ອນບັດຄັ້ງປະຫວັດສາດຄັ້ງທີ 15, ການນຳພັກສາທາລະນະຢູ່ສະພາຕ່ຳ ອາເມລິກາ, ທ່ານ Kevin McCarthy ໄດ້ເລືອກຕັ້ງເປັນປະທານສະພາຕ່ຳ, ຜ່ານນັ້ນ ໄດ້ສິ້ນສຸດ 4 ວັນແກ່ງແຍ້ງພາຍໃນລະຫວ່າງສະມາຊິກຂອງພັກສາທາລະນະ.

ຕອບກັບ

ຂ່າວ/ບົດ​ອື່ນ