ປະທານາທິບໍດີ ປາແລັດສະຕິນ ຮຽກຮ້ອງໃຫ້ສາກົນສະກັດກັ້ນ ອິດສະລາແອັນ ກໍ່ຄວາມຮຸນແຮງປີນຂັ້ນໄດຢູ່ເຂດ ກາຊາ

(VOVWORLD) - ວັນທີ 13 ພະຈິກ, ທ່ານປະທານາທິບໍດີ ປາແລັດສະຕິນ Mohamoud Abbas ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນສະກັດກັ້ນການກະທຳທີ່ເພີ່ມທະວີຄວາມຮຸນແຮງຂອງ ອິດສະລາແອັນ ຢູ່ເຂດ ກາຊາ.


ປະທານາທິບໍດີ ປາແລັດສະຕິນ ຮຽກຮ້ອງໃຫ້ສາກົນສະກັດກັ້ນ ອິດສະລາແອັນ ກໍ່ຄວາມຮຸນແຮງປີນຂັ້ນໄດຢູ່ເຂດ ກາຊາ - ảnh 1 ປະທານາທິບໍດີ ປາແລັດສະຕິນ ຮຽກຮ້ອງໃຫ້ສາກົນສະກັດກັ້ນ ອິດສະລາແອັນ ກໍ່ຄວາມຮຸນແຮງປີນຂັ້ນໄດຢູ່ເຂດ ກາຊາ (ພາບ: Reuter/TTXVN)

ສຳນັກຂ່າວສານທາງການ WAFA (ປາແລັດສະຕິນ) ໄດ້ຄັດສະເໜີຄຳຖະແຫຼງຂອງທ່ານ Nabil Abu Rudeinah ໂຄສົກຂອງທ່ານ Abbas ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ປາແລັດສະຕິນ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ, ພິເສດແມ່ນສະຫະປະຊາຊາດ “ຈົ່ງແຊກແຊງ - ກໍ່ຄວາມກົດດັນ ເພື່ອໃຫ້ ອິດສະລາແອັນ ຢຸດຕິການບຸກໂຈມຕີໃສ່ປະຊາຊົນ ປາແລັດສະຕິນ ຢູ່ເຂດ ກາຊາ, ແລະ ເຄົາລົບກົດໝາຍສາກົນ.”

        ຖະແຫຼງການໄດ້ກ່າວເຕືອນກ່ຽວກັບການປີນຂັ້ນໄດນີ້ ຈະກໍ່ຄວາມຂາດສະຖຽນລະພາບໃນພາກພື້ນຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ