ປະທານາທິບໍດີ ຝລັ່ງ ຢ້ຽມຢາມ ອາເມລິກາ ໃນຕົ້ນເດືອນ ທັນວາ

(VOVWORLD) -ນີ້ແມ່ນການຢ້ຽມຢາມທາງລັດຖະກິດຂອງປະມຸກລັດຕ່າງປະເທດທຳອິດມາຢ້ຽມຢາມ ອາເມລິກາ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Joe Biden ຮັບດຳລົງຕຳແໜ່ງ
ປະທານາທິບໍດີ ຝລັ່ງ ຢ້ຽມຢາມ ອາເມລິກາ ໃນຕົ້ນເດືອນ ທັນວາ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron
(ພາບ: NYT)

        ທຳນຽບຂາວໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຈະປະຕິບັດການໄປຢ້ຽມຢາມທາງລັດຖະກິດຢູ່ ອາເມລິກາ ໃນຕົ້ນເດືອນ ທັນວາ.

        ຕາມທ່ານນາງເລຂາການຂ່າວຂອງທຳນຽບຂາວ Karine Hean Pierre ແລ້ວ, ນີ້ແມ່ນການຢ້ຽມຢາມທາງລັດຖະກິດຂອງປະມຸກລັດຕ່າງປະເທດທຳອິດມາຢ້ຽມຢາມ ອາເມລິກາ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Joe Biden ຮັບດຳລົງຕຳແໜ່ງ ແລະ ສິ່ງນີ້ຈະເປັນການເນັ້ນໜັກເຖິງການພົວພັນຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຍືນຍົງລະຫວ່າງ ອາເມລິກາ ແລະ ຝລັ່ງ, ເຊິ່ງເປັນພັນທະມິດມາແຕ່ດົນນານທີ່ສຸດຂອງ ອາເມລິກາ. 2 ຝ່າຍຈະປຶກສາຫາລືການພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນໃນບັນດາບັນຫາທົ່ວໂລກລວມ ແລະ ບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ບັນດາເນື້ອໃນກໍ່ລວມມີການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດທົ່ວໂລກ ແລະ ສົງຄາມຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ