ປະທານາທິບໍດີ ຝລັ່ງ ໄດ້ຮັບການສະຫນັບສະຫນູນຢ່າງແຮງ ຈາກປະຊາຊົນ

ປະທານາທິບໍດີ ຝລັ່ງ  ໄດ້ຮັບການສະຫນັບສະຫນູນຢ່າງແຮງ   ຈາກປະຊາຊົນ - ảnh 1
ປະທານາທິບໍດີ ຝລັ່ງFrancois Hollande
ພາບ:dantri.com



(vovworld) -  ຊາວ​ຝລັ່ງ ​ເກ​ືອບ 2/3 ​ເມື່ອ​ຖືກ​ຖາມ​ລ້ວນ​ແຕ່​ສະ​ແດງ​ການ​ສະຫນັບສະຫນູນ​ຕໍ່​ການ​ເຄື່ອ​ນ​ໄຫວ​ຂອງ​ທ່ານ Francois Hollande ​ໃນ​ຊຸມ​ມື້​ທຳ​ອິດສາ​ບານ​ຕົວ​ຮັບ​ຕຳ​ແຫນ່​ງ. ການ​ສະຫນັບສະຫນູນ​ຢ່າງ​ແຂງ​ແຮງ​ນີ້​ຂອງ​ຊາວ​ຝລັ່ງ ຈະ​ເປັນ​ພື້ນຖານ​ຢ່າງ​ໝັ້ນ​ຄົງ ຊ່ວຍ​ທ່ານ Francois Hollande ປະ​ເຊີນ​ຫນ້າ​ກັບ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ຝລ່ັງ​ໃນ​ໄລຍະ​ຈະມາ​ເຖິງ ກໍ​ຄື​ບັນດາ​ສິ່ງ​ທ້າ​ທາຍ​ຈາກ​ວິ​ກິດ​ການ​ຫນິ້ສິນ​ຢູ່​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ ​ເອີ​ໂຣ. ໝາກຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ຢູ່ ຝລັ່ງ ປະກາດ​ໃນ​ວັນ​ທີ 26/5 ​ໃຫ້​ຮູ້​ວ່າ: ມີ 61% ປະຊາຊົນ ຖືກ​ຖາມ​ລ້ວນ​ແຕ່​ສະຫນັບສະຫນູນ​ທ່ານ​ປະທານາທິບໍດີ ຝລັ່ງ ຄົນ​ໃຫມ່.

ຂ່າວ/ບົດ​ອື່ນ