ປະທານາທິບໍດີ ຢູແກຼນ ຖະແຫຼງຢຸດຕິສະພາບການສົງຄາມ

(VOVWORLD) - ໃນບົດປາໄສທີ່ໄດ້ຖ່າຍທອດສົດທາງໂທລະພາບ ທີ່ສະພາປ້ອງກັນຄວາມສະຫງົບແຫ່ງຊາດ ຢູແກຼນ, ທ່ານປະທານາທິບໍດີ Poroshenko ໄດ້ຖະແຫຼງຢຸດຕິສະພາບການສົງຄາມໃນເວລາ 14 ໂມງ 00...
ປະທານາທິບໍດີ ຢູແກຼນ ຖະແຫຼງຢຸດຕິສະພາບການສົງຄາມ - ảnh 1 ທ່ານປະທານາທິບໍດີ ຢູແກຼນ Petro Poroshenko

ທ່ານປະທານາທິບໍດີ ຢູແກຼນ Petro Poroshenko ໄດ້ແຈ້ງການໂດຍໃຫ້ຮູ້ວ່າລັດຖະດຳລັດກ່ຽວກັບສະພາບສົງຄາມ, ທີ່ປະກາດເມື່ອວັນທີ 25 ພະຈິກ ຜ່ານມາຢູ່ເຂດຊາຍແດນບາງແຫ່ງ, ໄດ້ໝົດຜົນບັງຄັບໃຊ້ແລ້ວແຕ່ວັນທີ 26 ທັນວາ. ໃນບົດປາໄສທີ່ໄດ້ຖ່າຍທອດສົດທາງໂທລະພາບ ທີ່ສະພາປ້ອງກັນຄວາມສະຫງົບແຫ່ງຊາດ ຢູແກຼນ, ທ່ານປະທານາທິບໍດີ Poroshenko ໄດ້ຖະແຫຼງຢຸດຕິສະພາບການສົງຄາມໃນເວລາ 14 ໂມງ 00 ນາທີຕາມເວລາທ້ອງຖິ່ນ (ກົງກັບ 19 ໂມງ 00 ນາທີຕາມເວລາ ຫວຽດນາມ) ຂອງວັນທີ 26 ທັນວາ.

        ລັດຖະດຳລັດດັ່ງກ່າວໄດ້ປະກາດຢູ່ 10 ເຂດມີຊາຍແດນຕິດກັບ ລັດເຊຍ, ທະເລດຳ ແລະ ທະເລ Azov, ພາຍຫຼັງເຫດການ ລັດເຊຍ ກັກກ່ຳປັ່ນທະຫານເຮືອ 3 ລຳ ແລະ ລູກເຮືອຂອງ ຢູແກຼນ ໃນວັນທີ 25 ພະຈິກ. ໃນເວລາຈັດວາງຄຳສັ່ງດັ່ງກ່າວ, ຢູແກຼນ ໄດ້ຫ້າມພົນລະເມືອງ ລັດເຊຍ ໃນເກັນອາຍຸແຕ່ 16 – 60 ປີເຂົ້າເມືອງ ແລະ ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ບັນດາສະຖານທີ່ສຳຄັນຄືບັນດາໂຮງງານໄຟຟ້າ ນິວເຄຼຍ ແລະ ບັນດາທ່າກ່ຳປັ່ນຢູ່ທະເລດຳ.

ຕອບກັບ

ຂ່າວ/ບົດ​ອື່ນ