ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ອອກ​ຄຳ​ສັ່ງ​ຢຸດ​ຍິງ​ຊົ່ວ​ຄາວ​ຢູ່ ຢູ​ແກຼນ

(VOVWORLD) -ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມຊົມເຊີຍ, ໃນຂະນະນັ້ນ, ອຳນາດການປົກຄອງ ຢູແກຼນໄດ້ຖະແຫຼງວ່າ ປະຕິເສດຄວມຮຽກຮ້ອງຢຸດຍິງຂອງທ່ານປະທານາທິບໍດີ Putin.
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ອອກ​ຄຳ​ສັ່ງ​ຢຸດ​ຍິງ​ຊົ່ວ​ຄາວ​ຢູ່ ຢູ​ແກຼນ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ວັນທີ 5 ມັງກອນ, ທ່ານປະທານາທິບໍດີ Vladimir Putin ໄດ້ອອກຄຳສັ່ງໃຫ້ແກ່ກຳລັງປະກອບອາວຸດສະຫະພັນ ລັດເຊຍ ຢຸດຍິງຢູ່ລຽບຕາມເສັ້ນທາງບົກລະຫວ່າງລັດເຊຍ ແລະ ຢູແກຼນ ນັບແຕ່ເວລາ 12 ໂມງຂອງວັນທີ 6 ມັງກອນ ຮອດເວລາ 24 ໂມງຂອງວັນທີ 7 ມັງກອນ (ຕາມເວລາມົດສະກູ), ເຊິ່ງແມ່ນຈຸດເວລາຕ້ອນຮັບວັນບຸນຄຼິດສະມາດຂອງຜູ້ຖືສາສະໜາກາໂຕລິກກາຍ Orthodox ຢູ່ລັດເຊຍ ແລະ ຢູແກຼນ. ກ່ອນໜ້ານັ້ນ, ການນຳສາສະໜາກາໂຕລິກກາຍ Orthodox ລັດເຊຍ ໄດ້ຍົກອອກຄຳຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນສ້າງຂໍ້ຕົກລົງຢຸດຍິງ ຄຼິດສະມາດ, ເພື່ອແນໃສ່ “ສ້າງເງື່ອນໄຂສະດວກໃຫ້ແກ່ການຕ້ອນຮັບວັນບຸນຄຼິດສະມາດຂອງຜູ້ຖືສາສະໜາກາໂຕລິກກາຍ Orthodox”. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມຊົມເຊີຍ, ໃນຂະນະນັ້ນ, ອຳນາດການປົກຄອງ ຢູແກຼນໄດ້ຖະແຫຼງວ່າ ປະຕິເສດຄວາມຮຽກຮ້ອງຢຸດຍິງຂອງທ່ານປະທານາທິບໍດີ Putin.

ຕອບກັບ

ຂ່າວ/ບົດ​ອື່ນ