ປະທານາທິບໍດີ ສ.ເກົາຫຼີ ຊົມເຊີຍທິມຊາດບານເຕະ ຫວຽດນາມ ແລະ ຄູຝຶກ Park Hang-seo

(VOVWORLD) - ໃນສື່ Facebook ສ່ວນຕົວ, ວັນທີ 16 ທັນວາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ຊົມເຊີຍທິມຊາດບານເຕະ ຫວຽດນາມ ພາຍໃຕ້ການຊັກຈູງຂອງຄູຝຶກ Park Hang-seo
ປະທານາທິບໍດີ ສ.ເກົາຫຼີ ຊົມເຊີຍທິມຊາດບານເຕະ ຫວຽດນາມ ແລະ ຄູຝຶກ Park Hang-seo - ảnh 1 (ພາບປະກອບ/ thethaovanhoa.vn)

ທີ່ຍາດໄດ້ລາງວັນຊະນະເລີດທີ່ງານແຂ່ງຂັນບານເຕະອາຊີຕາເວັນອອກສ່ຽງໃຕ້ 2018 (AFF Suzuki Cup 2018).

        ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ສະແດງຄວາມຫວັງວ່າ ຈະໄດ້ເຫັນບັນດາຮູບພາບງາມກ່ຽວກັບນັກເຕະບານ ແລະ ຄູຝຶກ Park Hang-seo ຕື່ມອີກ. ການນຳ ສ.ເກົາຫຼີ ຫວັງວ່າ ຫວຽດນາມ ແລະ ສ.ເກົາຫຼີ ຈະສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ ໂດຍຜ່ານກິລາບານເຕະ ແລະ ພ້ອມກັນສ້າງອະນາຄົດອັນສົດໃສ, ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ