ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ເລີ່ມຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ອາ​ເມ​ລິ​ກາ

(VOVWORLD) - ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk – yeol ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ອາເມລິກາ ໃນ 6 ວັນ ເພື່ອແນໃສ່ເພີ່ມທະວີ ແລະ ຍູ້ແຮງການພົວພັນສອງຝ່າຍໃນປີສະເຫຼີມສະຫຼອງການພົວພັນສຳພັນທະມິດຄົບຮອບ 70 ປີ. 
ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ເລີ່ມຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ອາ​ເມ​ລິ​ກາ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk – yeol (ພາບ: Yonhap/TTXVN)

ວັນທີ 24 ເມສາ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk – yeol ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ອາເມລິກາ ໃນ 6 ວັນ ເພື່ອແນໃສ່ເພີ່ມທະວີ ແລະ ຍູ້ແຮງການພົວພັນສອງຝ່າຍໃນປີສະເຫຼີມສະຫຼອງການພົວພັນສຳພັນທະມິດຄົບຮອບ 70 ປີ. ການຢ້ຽມຢາມຖືກດຳເນີນໃນສະພາບອຳນາດການປົກຄອງປະທານາທິບໍດີ ອາເມລິກາ Joe Biden ພວມເພີ່ມທະວີຄວາມມານະພະຍາຍາມຊຸກຍູ້ການພົວພັນກັບ ສ.ເກົາຫຼີ ແລະ ຍີ່ປຸ່ນ, ສອງປະເທດສຳພັນທະມິດດ້ານຄວາມໝັ້ນຄົງທີ່ສຳຄັນຢູ່ ອາຊີ. ກອງປະຊຸມສຸດຍອດລະຫວ່າງທ່ານປະທານາທິບໍດີ Yoon Suk – yeol ແລະ ຄູ່ຕຳແໜ່ງ ອາເມລິກາ Joe Biden ຈະດຳເນີນຢູ່ທຳນຽບຂາວໃນວັນທີ 26 ເມສາ. ພາຍຫຼັງກອງປະຊຸມເຈລະຈາ, ສອງຝ່າຍຈະຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບບັນດາມາດຕະການເພີ່ມທະວີຫຼື ອາເມລິກາ ຈະໃຫ້ຄຳໝັ້ນສັນຍາລະດົມທຸກແຫຼ່ງກຳລັງຄວາມສາມາດດ້ານການທະຫານ, ລວມທັງນິວເຄຼຍ ເພື່ອປົກປ້ອງປະເທດພັນທະມິດ ສ.ເກົາຫຼີ. ນີ້ໄດ້ຮັບຖືວ່າ ແມ່ນຈຸດພົ້ນເດັ່ນໃນເນື້ອໃນຂອງກອງປະຊຸມເຈລະຈາສຸດຍອດ.

ຕອບກັບ

ຂ່າວ/ບົດ​ອື່ນ