ປະທານາທິບໍດີ ອີຣານ ເປັນຄັ້ງທຳອິດ ໄປຢ້ຽມຢາມ ຊາອຸດິ ອາຣັບບິ ພາຍຫລັງສອງປະເທດເຊື່ອມຕໍ່ການພົວພັນຄືນໃຫມ່

(VOVWORLD) -ປະທານາທິບໍດີ Ebrahim Raisi ແລະ ຄະນະຜູ້ແທນ ອີຣານ ໄດ້ໄປເຖິງ Riyadh ໃນວັນທີ 11 ພະຈິກ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມວິສາມັນຂອງບັນດາປະເທດ ອິດສະລາມ - ອາຣັບ 
ປະທານາທິບໍດີ ອີຣານ ເປັນຄັ້ງທຳອິດ ໄປຢ້ຽມຢາມ ຊາອຸດິ ອາຣັບບິ ພາຍຫລັງສອງປະເທດເຊື່ອມຕໍ່ການພົວພັນຄືນໃຫມ່ - ảnh 1ປະທານາທິບໍດີ ອີຣານ Ebrahim Raisi . ພາບ:AFP/TTXVN    

   ວັນທີ 11 ພະຈິກ, ສຳນັກຂ່າວສານ ຂອງ ຊາອຸດິ ອາຣັບບິ (SPA), ໄດ້ໃຫ້ຂ່າວວ່າ: ເຈົ້າຟ້າຊາຍ ຊາອຸດິ ອາຣັບບິ  Mohammed bin Salman ແລະ ປະທານາທິບໍດີ ອີຣານ Ebrahim Raisi ໄດ້ມີການພົບປະເປັນຄັ້ງທຳອິດ ນັບແຕ່ເມື່ອສອງປະເທດຕົກລົງເຫັນດີເຊື່ອມຕໍ່ການພົວພັນຄືນໃຫມ່ໃນເດືອນ ມີນາ ປີນີ້. ເຫດການນີ້ສ້າງຂີດໝາຍການຢ້ຽມຢາມເປັນຄັ້ງທຳອິດຂອງປະທານາທິບໍດີ ອີຣານ ໄປຍັງ ຊາອຸດິ ອາຣັບບິ ໃນກວ່າທົດສະວັດຜ່ານມາ.

ປະທານາທິບໍດີ Ebrahim Raisi ແລະ ຄະນະຜູ້ແທນ ອີຣານ ໄດ້ໄປເຖິງ Riyadh ໃນວັນທີ 11 ພະຈິກ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມວິສາມັນຂອງບັນດາປະເທດ ອິດສະລາມ - ອາຣັບ ເພື່ອປຶກສາຫາລືມາດຕະການແກ້ໄຂວິກິດການມະນຸດສະທຳຢູ່ ເຂດ ກາຊາ ແລະ ຊ່ວຍຢຸດຕິການກະທຳໃຊ້ຄວາມຮຸນແຮງຂອງ ອິດສະຣາແອນ ຢູ່ ເຂດດິນແດນແຄມທະເລຂອງ ປາແລດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ