ປະທານາທິບໍດີ ອາເມລິກາ Joe Biden ເດີນທາງອອກຈາກຮ່າໂນ້ຍ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 11 ກັນຍານີ້, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມເປັນເວລາ 2 ວັນ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ.
ປະທານາທິບໍດີ ອາເມລິກາ Joe Biden ເດີນທາງອອກຈາກຮ່າໂນ້ຍ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ຍົກຈອກອວຍພອນທ່ານປະທານາທິບໍດີ ອາເມລິກາ Joe Biden

    ກ່ອນທີ່ເດີນທາງອອກຈາກຮ່າໂນ້ຍ, ຕອນບ່າຍ ວັນທີ 11 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເປັນເຈົ້າພາບງານລ້ຽງຮອງຮັບທ່ານປະທານາທິບໍດີ ອາເມລິກາ Joe Biden ທີ່ພວມຢ້ຽມຢາມ ທາງລັດຖະກິດຢູ່ ຫວຽດນາມ

     ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ: ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ຍັງບໍ່ທັນມີຍາມໃດທີ່ໄດ້ພັດທະນາຄືປະຈຸບັນ. ນີ້ແມ່ນແບບຢ່າງໃນປະຫວັດສາດຂອງການພົວພັນສາກົນຢ່າງແທ້ຈິງກ່ຽວກັບການຮຳບາດແຜສົງຄາມ ແລະ ກໍ່ສ້າງສາຍພົວພັນພາຍຫຼັງສົງຄາມ. ໝາກຜົນດັ່ງກ່າວແມ່ນຍ້ອນຄວາມມານະພະຍາຍາມຮ່ວມກັນເພື່ອຜ່ານຜ່າບັນດາສິ່ງທ້າທາຍ, ບັນດາໄລຍະປະຫວັດສາດຂອງການນຳ ແລະ ປະຊາຊົນລຸ່ນຕ່າງໆຂອງສອງປະເທດ. ທ່ານປະທານປະເທດ ຫວໍວັນເຖືອງ ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະພັດທະນາຢ່າງແຮງ ແລະ ແທດຈິງ.

     ສ່ວນທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຂອບອົກຂອບໃຈທ່ານປະທານປະເທດ ຫວໍວັນເຖືອງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ, ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ 2 ປະເທດ ແລະ ເນັ້ນໜັກວ່າ 2 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ເພື່ອມຸ່ງໄປເຖິງການຮ່ວມມື, ແກ້ໄຂບັນດາສິ່ງທ້າທາຍ ພ້ອມກັນຕ້ອນຮັບສິ່ງທີ່ດີງາມໃນອະນາຄົດ.

   ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມີການພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ອາເມລິກາສຳເລັດບັນດາລະບຽບການໂດຍໄວ ເພື່ອຮັບຮູ້ ຫວຽດນາມ ເປັນພື້ນຖານເສດຖະກິດການຕະຫຼາດ; ສືບຕໍ່ສະຫງວນແຫຼ່ງກຳລັງ ໃຫ້ແກ່ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຊຶ່ງແມ່ນຂົງເຂດທີ່ຂາດບໍ່ໄດ້ໃນຂະບວນວິວັດແຫ່ງການຮຳບາດແຜສົງຄາມ, ກໍ່ສ້າງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງສອງລັດ ແລະ ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ