ປະທານາທິບໍດີ ອາເມລິກາ ຊົມເຊີຍເລື່ອງສານສູງສຸດອະນຸຍາດຜັນຂະຫຍາຍສ່ວນໜຶ່ງໃນລັດຖະດຳລັດຈຳກັດຄົນເຂົ້າເມືອງ

(VOVWORLD) - ວັນທີ 26 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊົມເຊີຍເລື່ອງສານສູງສຸດຂອງປະເທດນີ້ຕັດສິນໃຈພິຈາລະນາລັກສະນະນິຕິທຳຂອງລັດຖະດຳລັດຈຳກັດຄົນເຂົ້າເມືອງສຳລັບ 6 ປະເທດອິດສະລາມ ແລະ ຊາວອົບພະຍົບທັງໝົດ, ພ້ອມທັງອະນຸຍາດໃຫ້ຜັນຂະຫຍາຍສ່ວນໜຶ່ງຂອງລັດຖະດຳລັດນີ້ໃນໄລຍະປະຈຸບັນ. 

ປະທານາທິບໍດີ ອາເມລິກາ ຊົມເຊີຍເລື່ອງສານສູງສຸດອະນຸຍາດຜັນຂະຫຍາຍສ່ວນໜຶ່ງໃນລັດຖະດຳລັດຈຳກັດຄົນເຂົ້າເມືອງ - ảnh 1ທ່ານປະທານາທິບໍດີ ອາເມລິກາ

(ພາບ ສຳນັກຂ່າວສານ ຫວຽດນາມ)

ໃນຖະແຫຼງການໂດຍທຳນຽບຂາວ ເອົາລົງທາງອີນເຕີເນັດ, ທ່ານ Donald Trump ໄດ້ເນັ້ນໜັກຄຳຕັດສິນດັ່ງກ່າວຂອງສານສູງສຸດແມ່ນໄຊຊະນະຢ່າງຈະແຈ້ງສຳລັບຄວາມສະຫງົບແຫ່ງຊາດ. ທ່ານ Donald Trump ໄດ້ເອີ້ນຄຳຕັດສິນນີ້ຄືດັ່ງເຄື່ອງມືຊ່ວຍໃຫ້ທ່ານປ້ອງກັນປະເທດ ອາເມລິກາ ຢ່າງມີປະສິດທິຜົນທີ່ສຸດ. ພາຍຫຼັງທີ່ສານສູງສຸດ ອາເມລິກາ ໄດ້ຍົກອອກຄຳຕັດສິນດັ່ງກ່າວ, ກະຊວງປ້ອງກັນຄວາມສະຫງົບພາຍໃນປະເທດຂອງປະເທດນີ້ໄດ້ຢືນຢັນຈະນຳໃຊ້ຄຳສັ່ງຫ້າມເຂົ້າເມືອງຊົ່ວຄາວຂອງອຳນາດການປົກຄອງຂອງທ່ານ Donald Trump ຢ່າງມີປະສິດທິຜົນ ແລະ ເປີດເຜີຍ.

ຕອບກັບ

ຂ່າວ/ບົດ​ອື່ນ