ປະທານາທິບໍດີ ອາເມລິກາ ຍັງຄົງຊັ່ງຊາຈຸດເວລາບຸກໂຈມຕີ ຊີຣີ

(VOVWORLD) -ປັດຈຸບັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຍັງຄົງຊັ່ງຊາຈຸດເວລາອາດຈະບຸກໂຈມຕີ ຊີຣີ ແນໃສ່ຕອບໂຕ້ເຫດບຸກໂຈມຕີທີ່ຖືກສົງໄສວ່ານຳໃຊ້ອາວຸດເຄມີຢູ່ເທດສະບານເມືອງ Douma, Ghouta ຕາເວັນອອກ, ຢູ່ຊານນະຄອນຫລວງ Damascus ຂອງປະເທດຕາເວັນອອກກາງນີ້.
ປະທານາທິບໍດີ ອາເມລິກາ ຍັງຄົງຊັ່ງຊາຈຸດເວລາບຸກໂຈມຕີ ຊີຣີ - ảnh 1ທ່ານປະທານາທິບໍດີ Donald Trump (ພາບ: AFP/TTXVN )

ໃນສານທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍ Twitter ໃນຕອນເຊົ້າວັນທີ 12 ເມສາ ຕາມເວລາ ອາເມລິກາ, ທ່ານປະທານາທິບໍດີ Donald Trump ຊີ້ແຈ້ງວ່າ: “ຂ້າພະເຈົ້າຍັງບໍ່ທັນເວົ້າວ່າ ຍາມໃດການບຸກໂຈມຕີ ຊີຣີ ຈະເກີດຂຶ້ນ. ອາດຈະໄວຫຼືຊ້າ”. ຄຳຖະແຫຼງດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງເປັນເວລາ 1 ວັນ ທີ່ທ່ານ Donald Trump ກ່າວເຕືອນວ່າ “ບັນດາລູກສອນໄຟຈະໄດ້ຍິງໄປເຖິງ” ຊີຣີ .

        ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 12 ເມສາ, ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສະຫະປະຊາຊາດ Vassily Nebenzia ເນັ້ນໜັກວ່າ ບຸລິມະສິດຂອງປະຊາຄົມສາກົນໃນຈຸດເວລາປັດຈຸບັນແມ່ນສະກັດກັ້ນສົງຄາມຢູ່ ຊີຣີ ຕໍ່ໜ້າໄພນາບຂູ່ຈາກຝ່າຍ ອາເມລິກາ. ພິເສດ ໃນສະພາບການຢູ່ ຊີຣີ ພວມສັບສົນທີ່ສຸດ, ຄວນສະກັດກັ້ນການປະທະກັນດ້ານການທະຫານໂດຍກົງລະຫວ່າງ ລັດເຊຍ ແລະ ອາເມລິກາ ຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ