ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ​ປະ​ກອບ​ຄຳ​ເຫັນກ່ຽວ​ກັບ​ເຫດ​ບຸກ​ຈົມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໃນ​ຂອບ​ຂະ​ໜາດ​ໃຫຍ່

(VOVWORLD) -ວັນທີ 16 ທັນວາ, ລັດຖະບານ ອາເມລິກາ ກຳນົດໄດ້ເຫດບຸນໂຈມຕີທາງເຄືອຂ່າຍອິນເຕີແນັດໃນຫວ່າງແລ້ວນີ້ ໄດ້ກໍ່ຜົນສະທ້ອນເຖິງບັນດາເຄືອຂ່າຍອິນເຕີແນັດຂອງລັດຖະບານອາເມລິກາ, ແລະ ຕາລາຄາວ່າ ເຫດບຸກໂຈມຕີນີ້ແມ່ນ “ຮ້າຍແຮງ ແລະ ພວມດຳເນີນໄປ”.
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ​ປະ​ກອບ​ຄຳ​ເຫັນກ່ຽວ​ກັບ​ເຫດ​ບຸກ​ຈົມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໃນ​ຂອບ​ຂະ​ໜາດ​ໃຫຍ່ - ảnh 1 ທ່ານ ປະທານາທິບໍດີ ອາເມລິກາ Donald Trump (ພາບ:  AFP/TTXVN)

ວັນທີ 19 ທັນວາ, ທ່ານ ປະທານາທິບໍດີ ອາເມລິກາ Donald Trump  ໄດ້ຫຼຸດລະດັບຄວາມຮ້າຍແຮງຂອງເຫດບຸກໂຈມຕີທາງເຄືອຂ່າຍອິນເຕີແນັດໃນຂອບຂະໜາດໃຫຍ່ ທີ່ເລັ່ງໃສ່ບັນດາອົງການລັດຖະບານຂອງປະເທດນີ້ ແລະ ຖືວ່າ ເຫດການ “ຍັງຢູ່ໃນການຄວບຄຸມໄດ້”. ໃນຄຳວິຈານທີ່ໄດ້ເປີດເຜີຍທຳອິດຂອງຕົນ ກ່ຽວກັບເຫດບຸກໂຈມຕີ, ທ່ານ Trump ໄດ້ເນັ້ນໜັກວ່າ “ຂ້າພະເຈົ້າໄດ້ຮັບການລາຍງານຢ່າງຄົບຖ້ວນ ແລະ ທຸກສິ່ງພວມໄດ້ຮັບການຄວບຄຸມເປັນຢ່າງດີ”. ທ່ານ Donald Trump  ບໍ່ເຫັນດີຕໍ່ການຕີລາຄາວ່າ ລັດເຊຍ ແມ່ນປະເທດໜູນຫຼັງຂອງເຫດບຸກໂຈມຕີ.

ວັນທີ 16 ທັນວາ, ລັດຖະບານ ອາເມລິກາ ກຳນົດໄດ້ເຫດບຸນໂຈມຕີທາງເຄືອຂ່າຍອິນເຕີແນັດໃນຫວ່າງແລ້ວນີ້ ໄດ້ກໍ່ຜົນສະທ້ອນເຖິງບັນດາເຄືອຂ່າຍອິນເຕີແນັດຂອງລັດຖະບານອາເມລິກາ, ແລະ ຕາລາຄາວ່າ ເຫດບຸກໂຈມຕີນີ້ແມ່ນ “ຮ້າຍແຮງ ແລະ ພວມດຳເນີນໄປ”.

ຕອບກັບ

ຂ່າວ/ບົດ​ອື່ນ