ປະທານາທິບໍດີ ເວເນຊູເອລາ Nicolas Maduro Moros ເຄື່ອນ​ໄຫວຢ້ຽມຢາມ ຫວຽດນາມ

ປະທານາທິບໍດີ ເວເນຊູເອລາ Nicolas Maduro Moros ເຄື່ອນ​ໄຫວຢ້ຽມຢາມ ຫວຽດນາມ - ảnh 1
ທ່ານປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ແລະ ທ່ານ​ປະທານາທິບໍດີ ​ເວ​ເນ​ຊູ​ເອລາ Nicolas Maduro Moros


(vovworld)- ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ, ທ່ານ​ປະທານາທິບໍດີ ​ເວ​ເນ​ຊູ​ເອລາ Nicolas Maduro Moros ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 30 – 31/8/2015. ການ​ຢ້ຽມຢາມ ຫວຽດນາມ ຂອງ ທ່ານ​ປະທານາທິບໍດີ ​ເວ​ເນ​ຊູ​ເອລາ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ, ​ແລກປ່ຽນ​ບັນດາ​ມາດ​ຕະການ​ເປີດ​ກ້ວາງ​ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ 2 ປະ​ເທດ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢູ່​ບັນດາ​ເວທີ​ປາ​ໄສ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ. ຕອນ​ເຊົ້າ​ວັນ​ທີ 31/8, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Nicolas Maduro Moros ໄດ້ດຳ​ເນີນ​ການ​ເຈ​ລະ​ຈາ.

ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Nicolas Maduro Moros ຢືນ​ຢັນ​ວ່າ ລັດ​ຖະ​ບານ ເວ​ເນ​ຊູ​ເອ​ລາຖື​ເປັນ​ສຳ​ຄັນ​ພິ​ເສດ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ເພື່ອ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ພັດ​ທະ​ນາ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ. ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Nicolas Maduro Moros ເນັ້ນ​ໜັກ​ວ່າ ເວ​ເນ​ຊູ​ເອ​ລາມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ຕໍ່​ບັນ​ດາ​ບົດ​ຮຽ​ນ​ທີ່​ສຳ​ເລັດ​ຜົນ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ທີ່​ຜ່ານ​ມາ ແລະ ຫວັງ​ໄດ້​ຮັບ​ການ​ແບ່ງ​ປັນ​ໃນ​ການ​ຮ່ວມ​ມື​ລະ​ອຽດ​ໃນ​ທຸກ​ຂົງ​ເຂ​ດ. ເວ​ເນ​ຊູ​ເອ​ລາພ້ອມ​ແລ້ວ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

     ສ່ວນທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຢືນ​ຢັນ​ວ່າ ຫວຽດ​ນາມ​ພ້ອມ​ແລ້ວ​ແບ່ງ​ປັນ​ກັບ ເວ​ເນ​ຊູ​ເອ​ລາ ທຸກໆ​ບົດ​ຮຽນ​ທີ່​ສຳ​ເລັດ​ຜົນ ກໍ​ຄື​ຄວາມ​ຫຍຸ້ງ​ຍາກ, ຈຳ​ກັດ​ໃນ​ການກໍ່​ສ້າງ​ຮູບ​ແບບ​ພັດ​ທະ​ນາ ແລະ ບົດ​ຮຽນ​ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ. ພາຍຫຼັງ​ການ​ເຈ​ລ​ະ​ຈາ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Nicolas Maduro Moros ໄດ້​ມີ​ການ​ພົບ​ປະ​ກັບ​ນັກ​ຂ່າວ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ກ່າວ​ວ່າ :

   “ ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕົກ​ລົງ​ກັນ​ວ່າ 2 ຝ່າຍ​ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ກົນ​ໄກ​ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ. ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ 2 ປະ​ເທດ​ຈະ​ກວດ​ກາ​ເພີ່ມ​ເຕີມ​ບັນ​ດາ​ສັນ​ຍາ​ທີ່​ແນ​ໃສ່​ສ້າງກອບ​ກົດ​ໝາຍ 2 ຝ່າຍ​ໃຫ້​ສົ​ມ​ບຸນ​ແບບ. ລັດ​ຖະ​ບານ 2 ປະ​ເທດ​ເອົາ​ໃຈ​ໃສ່​ຊີ້​ນຳ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ 2 ປະ​ເທດ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື ”

    ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Nicolas Maduro Moros ໄດ້​ເປັນ​ສັກ​ຂີ​ພິ​ຍາ​ນະ​ທີ​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື​ລະ​ຫວ່າງ 2 ລັດ​ຖະ​ບານກ່ຽວ​ກັ​ບ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ດ້ານ​ກະ​ສີ​ກຳ​ໄລ​ຍະ 2015-2018.

ຂ່າວ/ບົດ​ອື່ນ