ປະທານາທິບໍດີ ເວເນຊູເອລາ Nicolas Maduro ຍ້ອງຍໍສັນລະເສີນປະທານໂຮ່ຈິມິນ

(VOVWORLD) -ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ຍ້ອງຍໍຊົມເຊີຍນ້ຳໃຈຮັກຊາດ ແລະ ລັດທິຊາດນິຍົມອັນສູງສົ່ງຂອງປະທານໂຮ່ຈິມິນເພືຶ່ອອາໄລຫາເພິ່ນເນື່ອງໃນໂອກາດວັນເຖິງແກ່ມໍລະນະກຳຄົບຮອບ 48 ປີ

ປະທານາທິບໍດີ ເວເນຊູເອລາ Nicolas Maduro ຍ້ອງຍໍສັນລະເສີນປະທານໂຮ່ຈິມິນ - ảnh 1 ປະທານາທິບໍດີ ເວເນຊູເອລາ Nicolas Maduro

ຍ້ອງຍໍສັນລະເສີນປະທານໂຮ່ຈິມິນ

ວັນທີ 2 ກັນຍາ, ຜ່ານສື່ສັງຄົມ Facebook, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ຍ້ອງຍໍຊົມເຊີຍນ້ຳໃຈຮັກຊາດ ແລະ ລັດທິຊາດນິຍົມອັນສູງສົ່ງຂອງປະທານໂຮ່ຈິມິນເພືຶ່ອອາໄລຫາເພິ່ນເນື່ອງໃນໂອກາດວັນເຖິງແກ່ມໍລະນະກຳຄົບຮອບ 48 ປີ. ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ຢືນຢັນວ່າ ປະທານໂຮ່ຈິມິນແມ່ນຜູ້ສະຖາປະນາປະເທດ ສ.ປະຊາທິປະໄຕຫວຽດນາມ ແລະ ແມ່ນຜູ້ສ້າງພື້ນຖານເອກະລາດຂອງຫວຽດນາມ, ຍ້ອນແນວນັ້ນ, ຊາດຫວຽດນາມສາມາດຍາດໄດ້ໄຊຊະນະໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ