ປະ​ທາ​ນາ​ທິ​ບໍ​ດີ ໂມ​ຣີ​ຕາ​ນີ ສ້າງ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່

(VOVWORLD) -ຕອນຄ່ຳວັນທີ 9 ສິງຫາ, ທຳນຽບປະທານາທິບໍດີ ໂມຣີຕານີ ໄດ້ປະກາດກ່ຽວກັບເລື່ອງສ້າງຕັ້ງລັດຖະບານຊຸດໃໝ່ຢູ່ປະເທດທະວີບອາຟຼິກການີ້, ພາຍຫຼັງບົດລາຍງານສະບັບໜຶ່ງຂອງສະພາແຫ່ງຊາດທີ່ເຕື້ອງເຖິງອະດີດລັດຖະມົນຕີຫຼາຍທ່ານເຊິ່ງ ກ່ຽວຂ້ອງເຖິງບັນຫາການເງິນຂອງ ທ່ານ ອະດີດປະທານາທິບໍດີ Mohamed Ould Abdel Aziz.
ປະ​ທາ​ນາ​ທິ​ບໍ​ດີ ໂມ​ຣີ​ຕາ​ນີ ສ້າງ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່ - ảnh 1ທ່ານ ອະດີດປະທານາທິບໍດີ ໂມຣີຕານີ  Mohamed Ould Abdel Aziz (ພາບ: AFP/TTXVN)

ຕອນຄ່ຳວັນທີ 9 ສິງຫາ, ທຳນຽບປະທານາທິບໍດີ ໂມຣີຕານີ ໄດ້ປະກາດກ່ຽວກັບເລື່ອງສ້າງຕັ້ງລັດຖະບານຊຸດໃໝ່ຢູ່ປະເທດທະວີບອາຟຼິກການີ້, ພາຍຫຼັງບົດລາຍງານສະບັບໜຶ່ງຂອງສະພາແຫ່ງຊາດທີ່ເຕື້ອງເຖິງອະດີດລັດຖະມົນຕີຫຼາຍທ່ານເຊິ່ງ ກ່ຽວຂ້ອງເຖິງບັນຫາການເງິນຂອງ ທ່ານ ອະດີດປະທານາທິບໍດີ Mohamed Ould Abdel Aziz. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ Nouakchott, ທ່ານ Adama Bocar Soko ຫົວໜ້າຄະນະເລຂາຂອງ ທ່ານປະທານາທິບໍດີ ໂມຣີຕານີ ໃຫ້ຮູ້ວ່າ ການກະທຳນີ້ຈະອະນຸຍາດໃຫ້ບັນດາລັດຖະມົນຕີທີ່ມີຊື່ໃນບົດລາຍງານ “ໄດ້ມີເວລາທີ່ຈຳເປັນເພື່ອຢັ້ງຢືນຕົນເອງບໍ່ກະທຳຜິດມີໂທດ”. ການປະກາດດັ່ງກ່າວກໍ່ເປັນຕັ້ງທຳອິດໄດ້ກຳນົດໄດ້ສາຍເຫດຂອງການປິຕິຮູບລັດຖະບານກ່ອນໜ້ານັ້ນ.

        ແລະກໍ່ໃນວັນທີ 6 ສິງຫາ, ທ່ານ ປະທານາທິບໍດີ ໂມຣີຕານີ Mohamed Ould Cheikh El Ghazouani ໄດ້ປະກາດປະຕີຮູບລັດຖະບານ ແລະ ແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່ໂດຍບໍ່ໃຫ້ຮູ້ເຫດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ