ປະທານາທິບໍດີຄົນໃຫມ່ ອີຢີບ ຮຽກຮ້ອງໃຫ້ ປະຊາຊົນຈົ່ງສາມັກຄີ

ປະທານາທິບໍດີຄົນໃຫມ່ ອີຢີບ ຮຽກຮ້ອງໃຫ້ ປະຊາຊົນຈົ່ງສາມັກຄີ - ảnh 1
ທ່ານ Mohamed Morsi ປະທານາທິບໍດີ​ຄົນ​ໃຫມ່​ຂອງ ອີ​ຢີບ
ພາບ:internet

(vovword)  ຕອນຄຳ່ວັນ​ທີ 24/6, ​ໃນ​ບົດ​ປາ​ໄສ​ທຳ​ອິດ​ຜ່ານ​ໂທລະພາບ​ ພາຍຫລັງ​ສອງ​ສາມ​ຊົ່ວ​ໂມງ​ທີ່​ຮັບ​ໄຊຊະນະໃນການເລືອກຕັ້ງ, ທ່ານ Mohamed Morsi ປະທານາທິບໍດີ​ຄົນ​ໃຫມ່​ຂອງ ອີ​ຢີບ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຕ້ອງ​ເປັນ​ເອກະ​ພາບ ​ແລະ ​ໃຫ້​ຄຳ​ໝັ້ນ​ໝາຍ​ວ່າ:  ຈະ​​ເປັນ​ຜູ້ນຳ​ຂອງ​ປະຊາຊົນ ​ອີ​ຢີບ ທັງ​ໝົດ. ທ່ານ Mohamed Morsi ຖື​ວ່າ: ຄວາມ​ສາມັກ​ຄີ​ທ່ົວ​ປວງ​ຊົນ​ທັງ​ຊາດ ​ແມ່ນ​ເສັ້ນທາງ​ຫນຶ່ງ​ດຽວ​ທີ່ຈະນຳ ອີ​ຢີບ ຫລຸດ​ພົ້ນ​ອອກ​ຈາກ​ໄລຍະ​ວິ​ກິດ​ການ​ປະຈຸ​ບັນ. ທ່ານ Mohamed Morsi ຢືນຢັນ​ວ່າ: ອີ​ຢີບ ປາດ​ຖະຫນາ​ຢາກ​ມີ​ຄວາມ​ສັນຕິພາບ ​ແລະ ຈະ​ສ້າງ​ສາຍ​ພົວພັນ​ກັບ​ທຸກ​ກຳລັງ​ສາກົນ ​ໂດຍ​ອີງ​ໃສ່​ບັນດາ​ຜົນ​ປະ​ໂຫຍ​ດລວມ ​ແລະ ​ເຄົາລົບ​ເຊິ່ງກັນ ​ແລະ ກັນ.

ພາຍຫລັງ ອີ​ຢີບ ປະກາດ​ໝາກຜົນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ, ທ່ານ ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Bankimun ສະ​ແດງ​ຄວາມ​ຫວັງ​ວ່າ ຜູ້ນຳ​ໃຫມ່​ຂອງ​ອີ​ຢີບ ຈະ​ສ້າງ​ລັດ​ໃຫ້​ວັດ​ທະນາ​ຖາວອນ ​ແລະ ມີ​ຄວາມ​ສະຖຽນ​ລະ​ພາບ​, ຕອບ​ສະຫນອງ​ບັນດາ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ