ປະທານາທິບໍດີຊົ່ວຄາວເຊັນປະກາດໃຊ້ກົດໝາຍວ່າດ້ວຍການຈັດຕັ້ງການເລືອກຕັ້ງທົ່ວປະເທດຢູ່ ໂບລິເວຍ

(VOVWORLD) - ວັນທີ 24 ພະຈິກ, ທ່ານນາງ Jeanine Anez ປະທານາທິບໍດີຊົ່ວຄາວໂດຍອ້າງຊື່ເອງຂອງ ໂບລິເວຍ ໄດ້ເຊັນລັດຖະດຳລັດປະກາດໃຊ້ “ກົດໝາຍວ່າດ້ວຍລະບອບພິເສດ ແລະ ຂ້າມຜ່ານເພືຶ່ອຈັດຕັ້ງການເລືອກຕັ້ງທົ່ວປະເທດ”, ກ່ອນໜ້ານັ້ນ, ເອກະສານນິຕິກຳສະບັບນີ້ ໄດ້ຮັບການອະນຸມັດຜ່ານຈາກສະພາແຫ່ງຊາດ ເພື່ອເປີດຊ່ວງທາງໃຫ້ແກ່ການເລືອກຕັ້ງຄັ້ງໃໝ່.
ປະທານາທິບໍດີຊົ່ວຄາວເຊັນປະກາດໃຊ້ກົດໝາຍວ່າດ້ວຍການຈັດຕັ້ງການເລືອກຕັ້ງທົ່ວປະເທດຢູ່ ໂບລິເວຍ - ảnh 1ທ່ານນາງ Jeanine Anez  (ພາບ: AFP/TTXVN)

        ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫລັງພິທີເຊັນເອກະສານດັ່ງກ່າວ, ທ່ານນາງ Jeanine Anez ຢືນຢັນວ່າ: ກົດໝາຍວ່າດ້ວຍການເລືອກຕັ້ງສະບັບນີ້ ແມ່ນບາດກ້າວເບື້ອງຕົ້ນໃຫ້ແກ່ໄລຍະໄກ່ເກ່ຍ. ກົດໝາຍສະບັບໃໝ່ຈະລົບລ້າງໝາກຜົນຂອງການເລືອກຕັ້ງປະທານາທິບໍດີໃນວັນທີ 20 ພະຈິກ ແລະ ຫ້າມການດຳລົງຕຳແໜ່ງປະທານາທິບໍດີ 2 ອາຍຸການຢ່າງລຽນຕິດ, ໝາຍຄວາມວ່າ ອະດີດປະທານາທິບໍດີ Evo Morales ບໍ່ສາມາດເຂົ້າຮ່ວມການເລືອກຕັ້ງທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ