ປະທານາທິບໍດີບັງກະ ລາເທດຢ້ຽມຢາມ ອິນເດຍ


ປະທານາທິບໍດີບັງກະ ລາເທດຢ້ຽມຢາມ ອິນເດຍ - ảnh 1

(ພາບປະກອບ)

(vovworld)– ​ ​ ວັນ​ທີ 18/12, ທ່ານ Abdul Hamid ປະທານາທິບໍດີ​ບັງ​ກະລາເທດ ​ໄດ້​ເດີນທາງ​​ໄປ​ຮອດ​ນິວ​ເດລີ, ​ເລີ່​ມຕົ້ນການ​​ຢ້ຽມຢາມ​ອິນ​ເດຍ ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 6 ວັນ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ກະຊວງ​ການ​ຕ່າງປະ​ເທດ​ອິນ​ເດຍ ​ໃຫ້​ຮູ້​ວ່າ: ທ່ານປະທາ ນາທິບໍດີ Abdul Hamid ຈະ​ມີ​ການ​ເຈລະຈາ​ກັບປະທານາທິບໍດີອິນ​ເດຍ Pranab Mukherjee ​ແລະ ພົ​ບປະ​ກັບຮອງປະທາ​ນາ​ທິບໍດີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ​ອື່ນໆ​ຂອງ​ອິນ​ເດຍ. ຄາດ​ວ່າ, ທ່ານ​ຈະ​ໄປ​ຢ້ຽມຢາມ​ສະ​ຖານທີ່​ປະຫວັດສາດ, ວັດທະນະທຳ​ຈຳນວນ​ໜຶ່ງ​ຢູ່​ພາຍ​ໃນ ​ແລະ ນອກນະຄອນ ຫຼວງ​ນິວ​ເດລີ.

  ການ​ຢ້ຽມຢາມ​ຂອງປະທານາທິບໍດີ Abdul Hamid ດຳ​ເນີນ​ໄປ​ໃນ​ສະພາບ​ອິນ​ເດຍ ພວມ​ມານະ​ພະຍາຍາມ​ສົ່ງ​ເສີມ​ສັນຍາຊາຍ​ແດນ​ທາງບົກກັບ​ບັງ​ກະລາ​ເທດ./.

ຂ່າວ/ບົດ​ອື່ນ