ປະທານາທິບໍດີປາແລດສະຕິນ Mahmoud Abbas ຢ້ຽມຢາມຈີນ

ປະທານາທິບໍດີປາແລດສະຕິນ Mahmoud Abbas ຢ້ຽມຢາມຈີນ - ảnh 1
ປະທານາທິບໍດີ​ປາ​ແລດ​ສະຕິ​ນ Mahmoud Abbas

(ພາບ:vtv.vn)

(vovworld)- ວັນ​ທີ 5/5, ທ່ານປະທານາທິບໍດີ​ປາ​ແລດ​ສະຕິ​ນ Mahmoud Abbas ​ໄດ້​ເດີນທາງ​ໄປ​ຮອດ​ປັກ​ກິ​ງ, ​ເລີ່​ມຕົ້ນການຢ້ຽມຢາມ​ປະ​ເທດຈີນ ​ເປັນ​ເວລາ 3 ວັນ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈິນຜີ​ງ. ນີ້​ແມ່ນ​ການ​ຢ້ຽມຢາມ​ຈີນ ​ເປັນຄັ້ງທຳ​ອິດ​ຂອງ​ການ​ນຳ​ຕາ​ເວັນ​ອອກ​ກາງ​ທ່ານ​ໜຶ່ງ ພາຍຫຼັງ​ທີ່​ປະ​ເທດ​ຈີນ​ ເລືອກ​ຕັ້ງຄະນະ​ການ​ນຳ​ໃໝ່. ທ່ານປະທານາທິບໍດີ​ປາ​ແລດ​ສະຕິ​ນ Mahmoud Abbas ຈະ​ດຳ​ເນີນ​ການ​ເຈລະ​ຈາກັບ​ບັນດາ​ການ​ນຳ​ຈີນ ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ, ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຊື່​ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຕອບ​ຄຳ​ຖາມ​ຕໍ່​ວົງ​ການ​ນັກ​ຂ່າວ​ກ່ອນ​ການ​ໄປ​ຢ້ຽມຢາມ​ຈີນ, ທ່ານປະທານາທິບໍດີ​ປາ​ແລດ​ສະຕິ​ນ Mahmoud Abbas ​ໃຫ້​ຮູ້​ວ່າ: ທ່ານ​ຈະລາ​ຍງານ​ກັບ​ບັນດາ​ການ​ນຳ​ຈີນ ກ່ຽວ​ກັບ​ບັນດາ​ສິ່ງ​ກີດຂວາງ​ໃນ​ວິວັດ​ການ​ເຈລະ​ຈາ​​ໂດຍສັນຕິລະຫວ່າງ​ປາ​ແລດ​ສະຕິ​ນ-ອິດສະຣາ​ແອນ ພາຍຫຼັງ​ທີ່​ສະພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ​ມີ​ບັນດາ​ການ​ຜັນ​ແປ່​ອັນ​ສັບສົນ, ຊຸກຍູ້​ບົດບາດ​ຂອງ​ຈີນ ​ໃນ​ວິວັດ​ການ​ດັ່ງ​ກ່າວ ​ກໍ່​ຄື​ບັນດາ​ສິ່ງ​ທ້າ​ທາຍ​ຊື່​ງອຳນາດ​ການ​ປົກຄອງ​ປາ​ແລດ​ສະຕິ​ນ ພວມ​ຕ້ອງ​ປະ​ເຊີນ​ໜ້າ.

ຂ່າວ/ບົດ​ອື່ນ