ປະທານາທິບໍດີລັດເຊຍ Putin ຈັດກອງປະຊຸມກ່ຽວກັບສະພາບຂາດສະຖຽນລະພາບຢູ່ Dagestan

(VOVWORLD) - ທ່ານປະທານາທິບໍດີ Putin ຖະແຫຼງວ່າ ເຫດການແມ່ນເລີ່ມມາຈາກບັນດາຂໍ້ມູນຂ່າວຍຸແຍ່ໃນສື່ສັງຄົມອອນລາຍ ແລະ ລວມທັງການເຂົ້າຮ່ວມຂອງບັນດາອົງການສືບລາຊະການລັບຝ່າຍຕາເວັນຕົກ
ປະທານາທິບໍດີລັດເຊຍ Putin ຈັດກອງປະຊຸມກ່ຽວກັບສະພາບຂາດສະຖຽນລະພາບຢູ່ Dagestan - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: AFP)

        ວັນທີ 30 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຈັດການປະຊຸມຢູ່ Novo – Ogarevo, ກັບຫົວໜ້າບັນດາອົງການປະຕິບັດກົດໝາຍ, ເພື່ອປຶກສາຫາລືກ່ຽວກັບສະພາບຂາດສະຖຽນລະພາບຢູ່ Dagestan ແລະ ສະພາບການຢູ່ເຂດຕາເວັນອອກກາງ. ທີ່ກອງປະຊຸມ, ທ່ານປະທານາທິບໍດີ Putin ຖະແຫຼງວ່າ ເຫດການແມ່ນເລີ່ມມາຈາກບັນດາຂໍ້ມູນຂ່າວຍຸແຍ່ໃນສື່ສັງຄົມອອນລາຍ ແລະ ລວມທັງການເຂົ້າຮ່ວມຂອງບັນດາອົງການສືບລາຊະການລັບຝ່າຍຕາເວັນຕົກ; ທ່ານເນັ້ນໜັກວ່າ, ບັນດາອົງການສືບລາຊະການລັບ ແລະ ປະຕິບັດກົດໝາຍຂອງ ລັດເຊຍ ຕ້ອງມີການກະທຳຢ່າງຂ້ຽວຂາດ ເພື່ອປົກປ້ອງລັດຖະທຳມະນູນຢູ່ ສ.Dagestan; ພ້ອມທັງຊີ້ນຳຫົວໜ້າບັນດາເຂດ ແລະ ກຳລັງຄວາມໝັ້ນຄົງມີການກະທຳຢ່າງທັນການ ເພື່ອປົກປັກຮັກສາຄວາມປອງດອງລະຫວ່າງຊົນຊາດ ແລະ ລະຫວ່າງສາສະໜາ. ກ່ຽວກັບບັນດາການຜັນແປທີ່ເຄັ່ງຕຶງຢູ່ເຂດຕາເວັນອອກກາງ, ທ່ານ Putin ເນັ້ນໜັກວ່າ ລັດເຊຍ ໄດ້ ແລະ ພວມຖະແຫຼງທັດສະນະຂອງຕົນຢ່າງເປີດເຜີຍ ແລະ ທັດສະນະນັ້ນບໍ່ປ່ຽນແປງມາເປັນຫຼາຍປີແລ້ວວ່າ, ຂໍ້ກຸນແຈເພື່ອແກ້ໄຂການປະທະກັນແມ່ນສ້າງຕັ້ງລັດ ປາແລັດສະຕິນ ທີ່ມີເອກະລາດ ມີອະທິປະໄຕ, ລັດ ປາແລັດສະຕິນ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ