ປະທານາທິບໍດີລັດເຊຍ: ກົດໝາຍກ່ຽວກັບກົດລະບຽບພິເສດໃຫ້ Donbass ແມ່ນບ້າດກ້າວທີ່ຖືກທິດ

ປະທານາທິບໍດີລັດເຊຍ: ກົດໝາຍກ່ຽວກັບກົດລະບຽບພິເສດໃຫ້ Donbass ແມ່ນບ້າດກ້າວທີ່ຖືກທິດ - ảnh 1
(ທ່ານປະທານາທິບໍດີ​ລັດ​ເຊຍ Vladimir Putin)

(vovworld) – ​ເມື່ອ​ຕອບ​ສຳພາດ​ຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ຢູ​ແກຼນ, ປະທານາທິບໍດີ​ລັດ​ເຊຍ Vladimir Putin ຖື​ວ່າກົດໝາຍ​ກ່ຽວ​ກັບ​ກົດ​ລະບຽບ​ພິ​ເສດ​ໃຫ້​ເຂດ Donbass ​​ເຊິ່ງ​ປະທານາທິບໍດີ​ຢູ​ແກຼນ Petro Poroshenko ຫາ​ກໍ່​​ເຊັນປະກາດ​ໃຊ້ແມ່ນ​ບ້າ​ດກ້າວ​ທີ່​ຖືກ​ທິດ. ທ່ານ​ຫວັງ​ວ່າ, ກົດ​ໝາຍ​ຈະ​ໄດ້​ນຳ​ໃຊ້​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຄວາມ​ສະຫງົບ​ຢ່າງ​​ເຖິງ​ຖອງ. ທ່ານ​ປະທານາທິບໍດີ​ລັດ​ເຊຍ ກໍ່​ຮຽກຮ້ອງ​ປະຕິບັດ​ການຂີດ​ຂັ້ນ​ເສັ້ນ​ຊາຍ​ແດນ​ຢູ່​ຢູ​ແກຼນ ​​ໂດຍ​ໄວເພື່ອ​ຢຸດ​ຍິງ​ຢ່າງສິນ​ເຊ​ີ່ງ. ຕາມ​ທ່ານ​ແລ້ວ, ມີ​ບັນດາ​​ເຫດຜົນ​ອັດຕະວິ​ໄສ ​ແລະ ພາວະ​ສິ​ໄສ ​ເຮັດ​ໃຫ້ການ​ຂີດ​ຂັ້ນ​ເສັ້ນ​ຊາຍ​ແດນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະຕິ​ບັດ ​ແລະ ລັດ​ເຊຍ ຈະ​ມານະ​ພະຍາຍາມ​ຊ່ວຍ​ແກ້​ໄຂ​ບັນຫາ​ນີ້.

        ກ່ຽວ​ກັບ​ການ​ສະໜອງ​ນ້ຳມັນ​ອາຍ​ແກັດ​ໃຫ້​ຢູ​ແກຼນ, ທ່ານ Putin ຖະ​ແຫຼ​ງວ່າ​ ລັດ​ເຊຍ ພ້ອມ​ແລ້ວ​ທີ່ຈະ​ຊ່ວຍ​​​ແກ້​ໄຂ​ການໃຊ້​ໜີ້ອາຍ​ແກັດຂອງ​ຢູ​ແກຼນ ​ແລະ ຫວັງ​ວ່າ EU ກໍ່​ຈະ​ຊ່ວຍ Kiev.

        ກ່ຽວຂ້ອງ​ເຖິງ​ເສດຖະກິດ​ລັດ​ເຊຍ, ທ່ານ Putin ຢືນຢັນ​ວ່າ, ບັນດາ​ມາດ​ຕະການ​ລົງ​​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ບໍ່​​ແມ່ນ​ປັດ​ໃຈ​ຕັດສິນ​ທີ່​ເຮັດ​​ໃຫ້​ເສດຖະກິດ​ລັດ​ເຊຍ ຊົ່ວ​ຮ້າຍ​ລົງ. ຕາມ​ທ່ານ​ແລ້ວ, ​ເຫ​ດຜົນຕົ້ນ​ຕໍ່ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ເສດຖະກິດ​ລັດ​ເຊຍ ​ແມ່ນ​ຍ້ອນຄວາມ​ກົດ​ໜ່ວງ​ຂອງເສດຖະກິດ​ໂລກ​.

ຂ່າວ/ບົດ​ອື່ນ