ປະທານາທິບໍດີລັດເຊຍ ຢ້ຽມຢາມອິນເດຍ ຢ່າງເປັນທາງການ

ປະທານາທິບໍດີລັດເຊຍ ຢ້ຽມຢາມອິນເດຍ ຢ່າງເປັນທາງການ - ảnh 1
(ທ່ານ​ປະທານາທິບໍດີ Vladimir Putin ແລະ
​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi)


(vovworld) – ຕອນ​ເຊົ້າ​ວັນ​ທີ 11/12, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ໄປ​ເຖິງ​ອິນ​ເດຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ປະ​ເທດ​ອາຊີ​ໃຕ້ ນີ້. ​ໃນ​ວັນ​ທີ 11/12, ທ່ານ​ປະທານາທິບໍດີ Putin ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi ​ແລະ ທ່ານ​ປະທານາທິບໍດີ Pranab Mukherjee ກໍ່​ຄື​ພົບ​ປະ​ກັບ​ບັນດາ​ຜູ້​ຕາງ​ໜ້າວົງ​ການ​ດຳ​ເນີນ​ທຸລະ​ກິດ.

        ​ການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ​ທ່ານ​ປະທານາທິບໍດີ Putin ​ແລະ ທ່ານ​ນາຍົກລັດຖະມົນຕີ Modi ຈະ​ສຸມ​ໃສ່​ປຶກສາ​ຫາລື​​ເລື່ອງເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ອິນ​ເດຍ ​ໃນ​ບັນດາ​ຂົງ​ເຂດ​ຄື: ພະລັງງານ​ນິວ​ເຄຼຍພົນລະ​ເມືອງ, ນ້ຳມັນ​ອາຍ​ແກ​ດ, ການປ້ອງ​ກັນຊາດ, ກໍ່​ຄື​ຊຸກຍູ້​ບັນ​ດາຂໍ້​ຕົກລົງ​ດ້ານການ​ຄ້າ​ກ່ຽວ​ກັບ​ເພັດ. ຄາດ​ວ່າ, ທີ່​ບັນດາການ​​ເຈລະຈາ 2 ຝ່າຍ​ກັບ​ການ​ນຳ​ປະ​ເທດ​ອິນ​ເດຍ, ທ່ານ​ປະທານາທິບໍດີ Putin ສາມາດ​ຊອກ​ຫາ​ວິທີ​ຮູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ກັບ​ອິນ​ເດຍ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ຜົນ​ສະທ້ອນ​ຈາກ​ບັນດາ​ມາດ​ຕະການ​ລົງ​ໂທດ​ເຊິ່ງອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​​ເວັນ​ຕົກ ຈັດ​ວາງ​ສຳລັບ​ລັດ​ເຊຍ ທີ່ກ່ຽວຂ້ອງ​ເຖິງ​ບັນຫາ​ຢູ​ແກຼນ. ຄາດ​ວ່າ, ພາຍຫຼັງ​ການ​ພົບ​ປະ​ຂັ້ນ​ສູງ, 2 ຝ່າຍ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື 15 – 20 ສະບັບ.

ຂ່າວ/ບົດ​ອື່ນ