ປະທານາທິບໍດີລັດເຊຍຊົມເຊີຍຄວາມຕັດສິນໃຈແກ້ໄຂວິກິດການຂອງປະທານາທິບໍດີຢູແກຼນຄົນໃໝ່

ປະທານາທິບໍດີລັດເຊຍຊົມເຊີຍຄວາມຕັດສິນໃຈແກ້ໄຂວິກິດການຂອງປະທານາທິບໍດີຢູແກຼນຄົນໃໝ່ - ảnh 1
ທ່ານ​ປະທານາທິບໍດີ​ຫາ​ກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ ຢູ​ແກຼນ Petro Poroshenko ແລະ ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: baomoi.com)

(vovworld) – ວັນ​ທີ 6/6, ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວພາຍຫຼັງ​ການ​ພົບ​ປະກັນ​ຢູ່ ປາຣີ ກັບ​ທ່ານ​ປະທານາທິບໍດີ​ຫາ​ກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ ຢູ​ແກຼນ Petro Poroshenko , ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ຕີ​ລາຄາ​ສູງ​ຄວາມ​ປາດ​ຖະໜາ​​ຢາກ​ແກ້​ໄຂ​ສະພາບ​ການ​ຢູ່ ຢູ​ແກຼນ ຂອງ​ທ່ານ Poroshenko, ພ້ອມ​ທັງ​ກ່າວ​ເຕືອນ​ກ່ຽວ​ກັບ​ກໍ​ລະນີ ຢູ​ແກຼນ ​ເຊັນ​ສັນຍາ​ຮ່ວມ​ສຳພັນ​ກັບ ສະຫະພາບ ​ເອີ​ລົບ.

    ກ່ຽວ​ກັບ​ມາດ​ຕະການ​ຢຸດຕິ​ວິ​ກິດ​ການ​ການ​ເມືອງ ​ແລະ ສັງຄົມ​ໃນ​ປະຈຸ​ບັນ ຢູ່ ຢູ​ແກຼນ, ທ່ານ​ປະທານາທິບໍດີ Putin ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ ກີ​ແອບ ສ້າງ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ການ​ກັບ​ທົ່ວ​ປວງ​ຊົນ. ​ເງື່ອນ​ໄຂ​ຕັດສິນ​ຊີ້​ຄາ​ດ​ເພື່ອ​ສ້າງ​ຕັ້ງ​ການ​ໂອ້ລົມ​ສົນທະນາ​ແມ່ນ ອຳນາດ​ການ​ປົກຄອງ ກີ​ແອບ​ຕ້ອງ​ຢຸດຕິ​ບັນ​ດາ​ບັ້ນ​​ການ​ທະຫານ​ຢູ່​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ ຢູ​ແກຼນ.

    ກ່ຽວ​ກັບ​ຄວາມ​ບໍ່​ລົງ​ລອຍ​ກັນ​ທາງ​ດ້ານລາຄາ​ອາຍ​ແກ​ດລະຫວ່າງ ກີ​ແອບ ​ແລະ ມົດ​ສະ​ກູ, ທ່ານ​ປະທານາທິບໍດີ Putin ​ໃຫ້​ຮູ້​ວ່າ​: ກຸ່ມ​ບໍລິສັດ​ພະລັງງານ​ຊັ້ນ​ນຳ​ 2 ​ແຫ່ງ​ຂອງ​ປະ​ເທດ​ນີ້​ພວມ​ເຈລະຈາ​ ​ແລະ ​ໃກ້ຈະ​ບັນລຸ​ໄດ້ “ຂໍ້​ຕົກລົງ​ສຸດ​ທ້າຍ”, ​ໃນ​ນັ້ນ​ບໍ່​ເວັ້ນ​ເສຍ​ແຕ່ກໍ່​ລະ​ນີ ມົດ​ສະ​ກູ ຈະ​ປານີ​ປະນອມ​ກ່ຽວ​ກັບ​ດ້ານ​ລາ​ຄາ ຖ້າ​ຫາກ ກີ​ແອບ ປະຕິບັດ​ເງື່ອນ​ໄຂ​ບາງ​ຢ່າງ.

 


ຂ່າວ/ບົດ​ອື່ນ