ປະທານາທິບໍດີລັດເຊຍເຊັນລັດຖະດຳລັດກ່ຽວຂ້ອງເຖິງເລື່ອງໂຕ້ຕອບບັນດາມາດຕະການລົງໂທດ

ປະທານາທິບໍດີລັດເຊຍເຊັນລັດຖະດຳລັດກ່ຽວຂ້ອງເຖິງເລື່ອງໂຕ້ຕອບບັນດາມາດຕະການລົງໂທດ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​
(ພາບ: AFP/TTXVN)

(vovworld) – ຕາມ​ສຳນັກ​ຂ່າວສານ ລັດ​ເຊຍ ITAR – TASS ​ແລ້ວ, ວັນ​ທີ 6/8, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ເຊັນ​ລັດຖະດຳລັດ “ກ່ຽວ​ກັບ​ການ​ນຳ​ໃຊ້​ບັນດາ​ມາດ​ຕະການ​ເສດຖະກິດ​ພິ​ເສດ, ສະ​ເພາະ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ໝັ້ນຄົງໃຫ້ສະຫະພັນ ລັດ​ເຊຍ”. ລັດຖະດຳລັດ​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ອຳນາດ​ການ​ປົກຄອງ​ສູນ​ກາງ​ປະຕິບັດ​ບັນດາ​ມາ​ດຕະການ​ກ່ຽວຂ້ອງ, ຕາມ​ນັ້ນ​ແລ້ວ​ໃນ​ໄລຍະ 1 ປີ​ນັບ​ແຕ່​ເມື່ອ​ລັດຖະດຳລັດ​ມີ​ຜົນ​ສັກສິດ, ຕ້ອງ​ຫ້າມ ຫຼື ຈຳກັດ​ການ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະ​ເສດ ​ແລະ ທັນ​ຍາ​ຫານ​ຈຳນວນ​ໜຶ່ງ​ທີ່​ມີ​ຕົ້ນ​ກຳ​ເນີດຈາກ​ບັນດາ​ປະ​ເທດ​ຖືກ​ລົງ​ໂທ​ດດ້ານ​ເສດຖະກິດ​ຕ້ານ​ຄືນ​ບຸກຄົນ ​ແລະ ໝູ່​ຄະນະ​ຂອງ​ລັດ​ເຊຍ ຫຼືບັນດາ​ປະ​ເທດ​ໄດ້​ສະໜັບສະໜູນ​ຂໍ້​ຕົກລົງ​ລົງ​ໂທດ​ນີ້. ທ່ານ​ປະທານາທິບໍດີ Putin ​ໄດ້​ຊີ້​ນຳ​ລັດຖະບານ ລັດ​ເຊຍ ສ້າງ​ບັນຊີ​ລາຍ​ຊື່​ຜະລິດ​ຕະພັນ​ກະ​ເສດ ​ແລະ ທັນ​ຍາ​ຫານ​ບາງ​ປະ​ເພດ​ທີ່ນອນ​ໃນ​ບັນຊີ​ລາຍ​ຊື່​ປະ​ເພດສິນ​ຄ້າ​ຖືກຫ້າມ ຫຼື ຈຳ​ກັດ​ການ​ນຳ​ເຂົ້າ​ດັ່ງກ່າວ, ກໍ່​ຄື​ບັນດາ​ມາດ​ຕະການ​ລະອຽດ ຈຳ​ເປັນ​ເພື່ອ​ປະຕິບັດ​ລັດຖະດຳລັດ.



ຂ່າວ/ບົດ​ອື່ນ