ປະທານາທິບໍດິລັດເຊຍເຊັ່ນລັດຖະດຳລັດລົງໂທດເສດຖະກິດຕວກກີ

ປະທານາທິບໍດິລັດເຊຍເຊັ່ນລັດຖະດຳລັດລົງໂທດເສດຖະກິດຕວກກີ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin
(ພາບ​ອີນ​ເຕີ​ແນັດ)


(vovworld) - ຕອ​ນ​ຄ່ຳ​ວັນ​ທີ 28/11, ຫ້ອງ​ການ​ສື່​ມວນ​ຊົນ​ວັງ Kremlin ໄດ້​ແຈ້ງ​ໃຫ້​ຊາບ​ວ່າ, ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ໄດ້​ເຊັ່ນ​ລັດ​ຖະ​ດຳ​ລັດ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ເສດ​ຖະ​ກິດ​ພິ​ເສດ​ສຳ​ລັບ ຕວກ​ກີ. ລັດ​ຖະ​ດຳ​ລັດ​ນີ້ ໄດ້​ຈັດ​ວາງ​ບັນ​ດາ​ຄຳ​ສັ່ງ​ຫ້າມ ແລະ ​ຈຳ​ກັດ​ການ​ນຳ​ເຂົ້າ​ສິ້ນ​ຄ້າບາງ​ປະ​ເພດ​ຈາກ ຕ​ວກ​ກີ ເຂົ້າ​ລັດ​ເຊຍ, ຕາມ​ບັນ​ຊີ​ລາຍ​ຊື່​ໂດຍ​ລັດ​ຖະ​ບານ​ສະ​ຫ​ະ​ພັນ​ລັດ​ເຊຍ ກຳ​ນົດ. ເພື່ອ​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ປົກ​ປ້ອງ​ພົນ​ລະ​ເມືອງ​ລັດ​ເຊຍ ຕໍ່​ໜ້າ​ບັນ​ດາ​ການ​ກະ​ທຳ​ອາ​ຍາ ແລະ ຜິດກັບ​ກົດ​ໝາຍ, ລັດ​ຖະ​ດຳ​ລັດ​ກໍ​ຫ້າມ ຫຼື ຈຳ​ກັດ​ບັນ​ດາ​ອົງ​ການ​​ຂຶ້ນ​ກັບ​ສິດ​ອຳ​ນາດ​ຂອງ​ຕວກ​ກີ ປະ​ຕິ​ບັດ​ບາ​ງວຽກ​ງານ​ໃນ​ເຂດ​ດິນ​ແດນ​ສະ​ຫະ​ພັນ​ລັດ​ເຊຍ. ຫ້າມ​​ຜູ້​ຮັບຈ້າງຢູ່ລັ​ດ​ເຊຍ ​ຮັບພົນ​ລະ​ເມ​ືອງ​ຕວກ​ກີ ​ເຂົ້າ​ເຮັດ​ວຽກ​ນັບແຕ່​ວັນ​ທີ 01/01/2016… ​ນອກນັ້ນ, ລັດ​ຖະ​ດຳ​ລັດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ​ອອກ​ຄຳ​ສັ່ງ​ໃຫ້​ລັດ​ຖະ​ບານ ເພີ່ມ​ທະ​ວີ​ການກວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ພະ​ຫະ​ນະ​ຄົມ​ມະ​ນາ​ຄົມ​ທາງ​ບົກ​ກັບ​ຕວກ​ກີ, ຄວບ​ຄຸມ​ທ່າ​ກ່ຳ​ປັ່ນ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ​ຢູ່​ທ່າກ​່ຳ​ປັ່ນ​ເຂດ​ລຸ່ມ​ທະ​ເລ Azov ແລະ ທະ​ເລດຳ.

ຂ່າວ/ບົດ​ອື່ນ