ປະທານາທິບໍດີສ.ອາຣັບ ອີຢິບ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ

(VOVWORLD) -ວັນທີ 06 ກັນຍາ, ທ່ານປະທານາທິບໍດີສ.ອາຣັບ ອີຢິບ Abdel Fattah El Sisi ຈະຢ້ຽມຢາມທາງລັດຖະກິດຫວຽດນາມ ໃນລະຫວ່າງວັນທີ 06 – 07 ກັນຍາ, ຕາມຄຳເຊີນຂອງທ່ານປະທານປະເທດສສ.ຫວຽດນາມ ເຈີນດ້າຍກວາງ.
ປະທານາທິບໍດີສ.ອາຣັບ ອີຢິບ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ - ảnh 1 (ປະທານາທິບໍດີສ.ອາຣັບ ອີຢິບ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ)

ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີອີຢິບ Abdel Fattah El Sisi ມີຄວາມໝາຍປະຫວັດສາດໃນການພົວພັນລະຫວ່າງ 2 ປະເທດ, ເປັນຂີດໝາຍການຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ; ນຳການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບມີປະສິດທິຜົນ ແລະ ເລິກເຊິ່ງກວ້າງຂວາງກວ່າ. ຄຽງຂ້າງນັ້ນ, ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນທຸກຂົງເຂດ, ໃນນັ້ນມີການຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ຊອກຫາກາລະໂອກາດຮ່ວມມືໃນທຸກຂົງເຂດເຊິ່ງ 2 ປະເທດມີທ່າແຮງຄື: ການຄ້າ, ກະສິກຳ, ວັດທະນະທຳ, ການທ່ອງທ່ຽວ; ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ