ປະທານາທິບໍດີສ.ເບລາຣຸດສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ

ປະທານາທິບໍດີສ.ເບລາຣຸດສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ - ảnh 1
( ພິທີຕ້ອນຮັບທ່ານ​ປະທານາທິບໍດີ ສ. ເບ​ລາຣຸດ
Aleksandr Grigorievich Lukashenko )

(vovworld) – ຕອນ​ຄ່ຳ​ວັນ​ທີ 09/12, ທ່ານ​ປະທານາທິບໍດີ ສ. ເບ​ລາຣຸດ Aleksandr Grigorievich Lukashenko ​ໄດ້​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດຖະກິດ​ ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ສສ ຫວຽດນາມ ​ເຈືອງ​ເຕີ໋ນຊາງ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ປະທານາທິບໍດີ​ Aleksandr Grigorievich Lukashenko ​​ໄດ້ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ, ການ​ເຈລະຈາ ​ແລະ ​ເຂົ້າ​ ງານ​ລ້ຽງ ​ໂດຍ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເປັນ​ເຈົ້າພາບ​ຈັດ​ຕັ້ງຢ່າງ​ສົມ​ກຽດ; ມີ​ການພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ; ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ​ຈ້ອງ ​ແລະ ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ່ນ​ຢຸງ. ທີ່​ບັນດາ​ກາ​ນພົບ​ປະ​ເຈລະຈາ, ບົນ​ນ້ຳ​ໃຈ​ຮ່ວມ​ມື, ພັດທະນາ, 2 ຝ່າຍ​​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ບາດ​ກ້າວ​ພັດທະນາ​ຢ່າງຕັ້ງໜ້າ ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ເບ​ລາຣຸດ ​ໃນ​ທຸກ​ຂົງ​ເຂດ ​ແລະ ຢືນຢັນ​ຕັດສິນ​ໃຈ​ການ​ປັບ​ປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​  ​ແລະ ຮ່ວມມື​ຫລາຍ​ດ້ານ​ລະຫວ່າງ 2 ປະ​ເທດຢ່າງຮອບດ້ານ, ​ແທດ​ຈິງ. ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ 2 ຝ່າຍ, ສູ້​ຊົນ​ເພື່ອ​ນຳ​ການ​ພົວພັນ 2 ປະ​ເທດ​​ໃຫ້​ພັດທະນາຂຶ້ນ​ສູ່​ລະດັບ​ສູງ​ໃໝ່​​ໂດຍ​ໄວ.

        ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ແລ​ະ ທ່ານ​ປະທານາທິບໍດີ Lukashenko ​ໄດ້​ລົງ​ນາມ​​ໃນຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ປັບປຸງ ​ແລະ ພັດທະນາ​​ການ​ພົວພັນ​ຮອບດ້ານລະຫວ່າງ ຫວຽດນາມ ​ແລະ ເບ​ລາຣຸດ.

 

 

 

 

ຂ່າວ/ບົດ​ອື່ນ