ປະທານາທິບໍດິອິດສະຣາແອນຢ້ຽມຢາມອ່າວຫ້າລອງ

ປະທານາທິບໍດິອິດສະຣາແອນຢ້ຽມຢາມອ່າວຫ້າລອງ - ảnh 1
(ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ Reuven Ruvi Rivlin ຢ້ຽມ​ຢາມ​ອ່າວ​​ຫ້າ​ລອງ)

(vovworld) - ​​​​ຕອນ​ເຊົ້າ​ວັ​ນ​ທີ 22/03, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ອິດ​ສະ​ຣາ​ແອນ Reuven Ruvi Rivlin ແລະ ພັນ​ລະ​ຍາ ໄດ້​ໄປ​ຮອດ​ແຂວງກວາງ​ນິງ ແລະ ຢ້ຽມ​ຢາມ​ອ່າວ​​ຫ້າ​ລອງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ໄດ້​ສະ​ແດງ​ຄວາມປິ​ຕິ​ຊົມ​ຊື່​ນເມື່ອ​ໄດ້​ມາ​ຢ້ຽມ​ຢາມ​ແຂວງກວາງ​ນິງ, ເຊິ່ງ​ແມ່ນ​ແຂວງ​ມີ​ອ່າວ​ຫ້າ​ລອງ ທີ່​ສວຍ​ງາມ. ທີ່​ການ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ອິດ​ສະ​ຣາ​ແອນ Reuven Ruvi Rivlin, ທ່ານ​ນາງ ວູ​ທິ​ຖຸ​ຖຸຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນິງ ໄດ້​ແຈ້ງ​ໃຫ້​ຄະ​ນະ​ຊາບ ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ​ຂອງ​ແຂວງ. ຫຼັງ​ຈາກນັ້ນ​ຄະ​ນະ​ໄດ​້​ໄປ​ຢ້ຽມ​​ຊົມອ​່າວ​ຫ້າ​ລອງ.

        ຕອນ​ບ່​າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອິດ​ສະ​ຣາ​ແອນ ແລະ ພັນ​ລະ​ຍາ ໄດ້​ເດີນ​ທາງ​ໄປ​ນະ​ຄອນ​ໂຮ່​ຈິ​ມິນ, ສືບ​ຕໍ່​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຮອດ​ວັນ​ທີ 25/03.



ຂ່າວ/ບົດ​ອື່ນ