ປະທານາທິບໍດີອີຕາລີສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ

ປະທານາທິບໍດີອີຕາລີສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ
ທ່ານ​ປະທານ​າທິບໍດີ ອີ​ຕາ​ລີ Sergio Mattarella
(ພາບ: TTXVN)

(vovworld) – ​ວັນ​ທີ 8/11, ທ່ານ​ປະທານ​າທິບໍດີ ອີ​ຕາ​ລີ Sergio Mattarella ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ອີ​ຕາ​ລີ ​ເດີນທາງ​ອອກ​ຈາກ​ນະຄອນ ​ໂຮ່ຈີ​ມິນ, ສິ້ນ​ສຸດ​ການ​ຢ້ຽມຢາມທາງລັດຖະກິດ​ ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຢ່າງ​ຈົບງາມ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ປະທານາທິບໍດີ Sergio Mattarella ​ໄດ້​ເຈລະຈາ​ກັບ​ທ່ານ​ປະທານ​ປະ​​ເທດ ​ເຈືອງ​ເຕີ໋ນຊາງ; ​ເຂົ້າ​ຢ້ຽມ​ຂ່ຳນັບ​ຕາມ​ພິທີການ​ທູດທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ; ພົບ​ປະ​​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ; ພົບ​ປະ​ກັບທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ເລ​ຮ່ວາງ​ກວນ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ອີ​ຕາ​ລີ. ທີ່​ການ​ເຈລະຈາ ​ແລະ ພົບປະ​ຂັ້ນ​ສູງ, ການ​ນຳ 2 ຝ່າຍ​ລ້ວນ​ແຕ່​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະທານາທິບໍດີ ອີ​ຕາ​ລີ ​ເຖິງ ຫວຽດນາມ ​ເປັນຂີດ​ໝາຍ​ບາດ​ກ້າວ​ພັດທະນາ​ສຳຄັນ​ໃນ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ, ​ເປັນ​ການ​ພິສູດ​ໃຫ້​ເຫັນການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອີ​ຕາ​ລີ ຢ່າງ​ລະອຽດ.

ຂ່າວ/ບົດ​ອື່ນ