ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Joe Biden: ເປີດ​ສາກ “ສັງ​ກະ​ລາດ​ໃໝ່” ໃນ​ການ​ພົວ​ພັນ​ອາ​ເມ​ລິ​ກາ-ອາ​ຊຽນ

(VOVWORLD) - ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ກໍ່ເນັ້ນໜັກວ່າ, ອາເມລິກາ ແລະ ອາຊຽນ ແບ່ງປັນວິໄສທັດກ່ຽວກັບພາກພື້ນ.

  ວັນທີ 13 ພຶດສະພາ, ປະທານາທິບໍດີອາເມລິກາ Joe Biden ຢືນຢັນວ່າ ກອງປະຊຸມສຸດຍອດຄັ້ງທຳອິດຢູ່ ວໍຊິງຕັນ ກັບບັນດາການນຳອາຊຽນ ເປັນຂີດໝາຍແຫ່ງການເປີດສາກ “ສັງກະລາດໃໝ່” ໃນການພົວພັນລະຫວ່າງອາເມລິກາ-ອາຊຽນ. ອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ Joe Biden ຫວັງວ່າ, ຄວາມມານະພະຍາຍາມນີ້ ສະແດງໃຫ້ເຫັນວ່າ, ອາເມລິກາ ຍັງສຸມໃສ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ.

  ກ່ອນໜ້ານັ້ນ, ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ກໍ່ເນັ້ນໜັກວ່າ, ອາເມລິກາ ແລະ ອາຊຽນ ແບ່ງປັນວິໄສທັດກ່ຽວກັບພາກພື້ນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ສອງຝ່າຍຈະພ້ອມກັນປ້ອງກັນບັນດາໄພນາບຂູ່ສຳລັບບັນດາຫຼັກການ ແລະ ມາດຖານສາກົນ. ທ່ານນາງ Kamala Harris ໄດ້ຢັ້ງຢືນຄືນໃໝ່ວ່າ, ອາເມລິກາ ແບ່ງປັນວິໄສທັດລວມອາຊຽນ ກ່ຽວກັບ “ການເຄົາລົບກົດໝາຍຢູ່ທະເລ, ໃນນັ້ນ ມີສິດເສລີໃນການເດີນເຮືອ, ການບິນ ແລະ ກົດໝາຍສາກົນ” ໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ