ປະທານາທິບໍດີອາເມລິກາ ປະກາດໃຊ້ກົດໝາຍວ່າດ້ວຍລາຍຈ່າຍໄລຍະສັ້ນ

(VOVWORLD) -ທ່ານປະທານາທິບໍດີອາເມລິກາ Donald Trump ຫາກໍ່ເຊັນປະກາດໃຊ້ກົດໝາຍວ່າດ້ວຍລາຍຈ່າຍໄລຍະສັ້ນ ເປັນເວລາ 2 ວັນ

ປະທານາທິບໍດີອາເມລິກາ ປະກາດໃຊ້ກົດໝາຍວ່າດ້ວຍລາຍຈ່າຍໄລຍະສັ້ນ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: AFP/TTXVN)

ວັນທີ 18 ທັນວາ, ທຳນຽບຂາວໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີອາເມລິກາ Donald Trump ຫາກໍ່ເຊັນປະກາດໃຊ້ກົດໝາຍວ່າດ້ວຍລາຍຈ່າຍໄລຍະສັ້ນ ເປັນເວລາ 2 ວັນ ເພື່ອແນໃສ່ສະກັດກັ້ນຄວາມສ່ຽງລັດຖະບານຖືກປິດປະຕູ ເມື່ອແຫຼ່ງງົບປະມານໃນປະຈຸບັນໝົດກຳນົດເວລາ. ກ່ອນໜ້ານັ້ນ, ສະພາສູງ ແລະ ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍຈ່າຍໄລຍະສັ້ນ ເພື່ອສະກັດກັ້ນເລື່ອງລັດຖະບານຖືກປິດປະຕູເປັນເວລາ 2 ວັນ ເມື່ອງົບປະທານໝົດກຳນົດເວລາໃນທ່ຽງຄືນວັນທີ 18 ທັນວາ (ຕາມເວລາອາເມລິກາ), ຜ່ານນັ້ນມີເວລາຕື່ມອີກເພື່ອໃຫ້ ນັກສ້າງກົດໝາຍສືບຕໍ່ດຳເນີນການເຈລະຈາ ແນໃສ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບບ້ວງເງິນໜູນຊ່ວຍໂຄວິດ-19 ກໍ່ຄືຮ່າງກົດໝາຍວ່າດ້ວຍລາຍຈ່າຍລັດຖະບານໃໝ່.

        ປະຈຸບັນ, ບັນດາສະມາຊິກລັດຖະສະພາອາເມລິກາ ພວມແຂ່ງກັບເວລາ ເພື່ອຮັບຮອງເອົາບ້ວງເງິນໜູນຊ່ວຍໂຄວິດ-19 ທີ່ມີມູນຄ່າ 900 ຕື້ USD ທັງໃຫ້ສັດຕະຍາບັນຮ່າງກົດໝາຍວ່າດ້ວຍງົບປະມານສະຫະລັດ ກ່ອນທີ່ສະພາແຫ່ງຊາດຈະພັກວັນບຸນຄຼິດສະມາດ ແລະ ປີໃໝ່ນັບແຕ່ວັນທີ 19 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ