ປະທານາທິບໍດີອາເມລິກາຈະເຂົ້າຮ່ວມກອງປະຊຸມG-20ຢູ່ຈີນແລະEASຢູ່ລາວ

ປະທານາທິບໍດີອາເມລິກາຈະເຂົ້າຮ່ວມກອງປະຊຸມG-20ຢູ່ຈີນແລະEASຢູ່ລາວ - ảnh 1
ທ່ານປະ​ທາ​ນາ​ທິ​ບໍ​ດີ​ Barack Obama ​
(ພາບ​ປະ​ກອບ: Getty Images)

(vovworld) - ​​ ​​ວັນ​ທີ 18/08, ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ອາ​ເມ​ລິ​ກາ ໄດ້​ອອກ​ແຈ້ງ​ການ​ສື່​ມວນ​ຊົນ​ໂດຍ​ໃຫ້​ຮູ້​ວ່າ, ວັນ​ທີ 02/09, ປະ​ທາ​ນາ​ທິ​ບໍ​ດີ​ Barack Obama ​ຈະ​ເດີນ​ທາງໄປ​ຢ້ຽມ​ຢາມ ຈີນ ແລະ ລາວ, ເພື່​ອ​ແນ​ໃສ່​ຊີ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ອາ​ເທ​ລິ​ກາ ໃນ​ການ​ຜັນ​ຂະ​ຂະ​ຫຍາຍ​ນະ​ໂຍ​ບາຍຫັນ​ການ​ສ້າງ​ຄວາມ​ດຸນ​ດຽງຄືນ​ໃໝ່​ໄປ​ສູ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ. ຄາດ​ວ່າ, ຢູ່​ຈີນ, ທ່ານ Barack Obama ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ການ​ນຳ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາກໍ່​ພົ້ນ​ເດັ່ນ (G - 20) ຄັ້ງ​ສຸດ​ທ້າຍ​ໃນ​ຖະ​ນະ​ເປັນ​ປະ​ທາ​ນາ​ທິບ​ໍ​ດີ​ອາ​ເມ​ລິ​ກາ, ຕາມນັ້ນ​ແລ້ວ, ທ່ານ​ຈະ​ເນັ້ນ​ໜັກ​ເຖິງ​ຄວາ​ມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ G – 20 ເພື່ອ​ແນ​ໃສ່​ຊຸກ​ຍູ້​ເດີນ​ຫຼີ້ນ​ທີ່​ສະ​ເໝີ​ພາບ ແລະ ສ້າງ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ໃຫ້​ທຸກ​ຝ່າຍ.

        ​ຖ​ັດ​ຈາກ​ການ​ຢ້ຽມ​ຢາມ​ຈີນ, ທ່ານ Barack Obama ຈະ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ຂັ້​ນ​ສູງອາ​ເມ​ລິ​ກາ - ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ (EAS) ເຊິ່ງ​ໄດ້​ຈັດ​ຕັ້ງ​ຢູ່​ລາວ ແລະ ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທຳ​ອິດ​ຂອງ​ອາ​ເມ​ລິ​ກາ ມາ​ຢ້ຽມ​ຢາມ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້. ຕາມ​ແຜານ​ການ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ຈະ​ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ​ປະ​ທານປະ​ເທດ​ ບຸນ​ຍັງ ວໍ​ລະ​ຈ​ິດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຫຼັກ​ແຫຼ່ງ​ອື່ນໆ​ຂອງ​ລາວ ເພື່ອ​ແນ​ໃສ່ຊຸກ​ຍູ້​ການ​ຮ່ວມ​ມື​ອາ​ເມ​ລິ​ກາ - ລາວ ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ການ​ພັດ​ທະ​ນາ, ກ​ານ​ທູດ​ປະ​ຊາ​ຊົນ ແລະ ບັນ​ດາ​ຂົງ​ເຂດ​ອື່​ນໆ.

ຂ່າວ/ບົດ​ອື່ນ