ປະທານາທິບໍດີອາເມລິກາຖະແຫຼງບໍ່ນຳໃຊ້ “ຮູບແບບລີບີ” ໃຫ້ສປປ.ເກົາຫຼີ

(VOVWORLD) -ວັນທີ 17 ພຶດສະພາ, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ, ວໍຊິງຕັນ ຍັງບໍ່ທັນໄດ້ຮັບແຈ້ງການໃດໆທີ່ກ່ຽວຂ້ອງເຖິງການພົບປະຂັ້ນສຸດຍອດກັບການນຳສປປ.ເກົາຫຼີ

ປະທານາທິບໍດີອາເມລິກາຖະແຫຼງບໍ່ນຳໃຊ້ “ຮູບແບບລີບີ” ໃຫ້ສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: AFP/TTXVN)

ໃນສະພາບທີ່ພຽງຢາງ ກ່າວເຕືອນຈະຍົກເລີກການພົບປະ, ເຊິ່ງຄາດວ່າຈະດຳເນີນໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ສິງກະໂປ ເພື່ອຄັດຄ້ານການຊ້ອມຮົບຮ່ວມດ້ານການທະຫານລະຫວ່າງອາເມລິກາ - ສ.ເກົາຫຼີ ແລະ ຕຳໜິຕິຕຽນຄວາມຮຽກຮ້ອງຂອງອາເມລິກາ ກ່ຽວກັບເລື່ອງຮຽກຮ້ອງສປປ.ເກົາຫຼີ ຕ້ອມງປະນີປະນອມ ກໍ່ຄືປະລະອາວຸດນິວເຄຼຍໂດຍບໍ່ມີເງື່ອນໄຂໄດ.

      ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານປະທານາທິບໍດີ Trump ໃຫ້ຮູ້ວ່າ, ຖ້າຫາກການພົບປະຖືກຈັດຕັ້ງແມ່ນ “ຈະດຳເນີນ”, ຖ້າບໍ່ຄືແນວນັ້ນອາເມລິກາ ຈະມີບາດກ້າວຕໍ່ໄປ. ທ່ານ Trump ຢືນຢັນວ່າ, ຈະບໍ່ຊອກຫາວິທີນຳໃຊ້ອັນທີ່ເອີ້ນວ່າ “ຮູບແບບລີບີ” ກ່ຽວກັບການປອດນິວເຄຼຍ ເພື່ອບັງຄັບໃຫ້ພຽງຢາງ ປະລະອາວຸດນິວເຄຼຍ.

      ແລະກໍ່ໃນວັນດຽວກັນ, ໂຄສົກທຳນຽບຂາວທ່ານນາງ Sarah Sanders ຢືນຢັນວ່າ ພວມສົ່ງເສີມແຜນການກະກຽມໃຫ້ແກ່ການພົບປະຂັ້ນສຸດຍອດອາເມລິກາ - ສປປ.ເກົາຫຼີ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານນາງ Sarah Sanders ແລ້ວ, ສປປ.ເກົາຫຼີ “ບໍ່ເປັນຜູ້ບັນຊາ. ເຂົາເຈົ້າເປັນຜູ້ເຊື້ອເຊີນ. ຖ້າຫາກເຂົາເຈົ້າກຽມພ້ອມພົບປະ, ພວກຂ້າພະເຈົ້າພ້ອມແລ້ວທີ່ຈະເຂົ້າຮ່ວມ”.

ຕອບກັບ

ຂ່າວ/ບົດ​ອື່ນ