ປະທານາທິບໍດີອາເມລິກາບໍ່ປ່ຽນແປງຫຼັກໝັ້ນທີ່ແຂງກະດ້າງຕໍ່ກັບອີຣານ

(VOVWORLD) - “ຄຳເຫັນທີ່ຖືວ່າ ອີຣານ ຈະໄດ້ຮັບຜົນປະໂຫຍດທາງດ້ານເສດຖະກິດທີ່ເປັນຮູບປະທຳບາງຢ່າງແຕ່ຝ່າຍດຽວ ນັ້ນແມ່ນເພື່ອໃຫ້ປະເທດນີ້ຢຸດຕິບັນດາວຽກງານທີ່ບໍ່ຄວນເຮັດນັບແຕ່ຫົວທີເປັນເປັນພຽງແຕ່ສິ່ງທີ່ເລື່ອນລອຍເທົ່ານັ້ນ”.

ປະທານາທິບໍດີອາເມລິກາບໍ່ປ່ຽນແປງຫຼັກໝັ້ນທີ່ແຂງກະດ້າງຕໍ່ກັບອີຣານ - ảnh 1 ທີ່ຄຳປຶກສາດ້ານຄວາມໝັ້ນຄົງແຫ່ງຊາດທຳນຽບຂາວອາເມລິກາ ທ່ານ John Bolton

(ພາບ: AFP/TTXVN)

ວັນທີ 27 ສິງຫາ, ທີ່ຄຳປຶກສາດ້ານຄວາມໝັ້ນຄົງແຫ່ງຊາດທຳນຽບຂາວອາເມລິກາ ທ່ານ John Bolton ຖະແຫຼງວ່າ, ເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ພ້ອມແລ້ວທີ່ຈະເຈລະຈາກັບຄູ່ຕຳແໜ່ງອີຣານ Hassan Rouhani ກ່ຽວກັບໂຄງການນິວເຄຼຍຂອງເຕເຮຣານ ນັ້ນ ບໍ່ໝາຍຄວາມວ່າ ທ່ານ D.Trump ຈະປ່ຽນແປງຫຼັກໝັ້ນທ່ີແຂງກະດ້າງຕໍ່ກັບອີຣານ.

        ທ່ານ John Bolton ກໍ່ເນັ້ນໜັກວ່າ “ຄຳເຫັນທີ່ຖືວ່າ ອີຣານ ຈະໄດ້ຮັບຜົນປະໂຫຍດທາງດ້ານເສດຖະກິດທີ່ເປັນຮູບປະທຳບາງຢ່າງແຕ່ຝ່າຍດຽວ ນັ້ນແມ່ນເພື່ອໃຫ້ປະເທດນີ້ຢຸດຕິບັນດາວຽກງານທີ່ບໍ່ຄວນເຮັດນັບແຕ່ຫົວທີເປັນເປັນພຽງແຕ່ສິ່ງທີ່ເລື່ອນລອຍເທົ່ານັ້ນ”. ຕາມທ່ານແລ້ວ, ຖ້າຫາກບັນລຸໄດ້ຂໍ້ຕົກລົງຮອບດ້ານກ່ຽວກັບບັນຫານິວເຄຼຍຂອງອີຣານ, ແນ່ນອນວ່າ ບັນດາຄຳສັ່ງລົງໂທດແນໃສ່ປະເທດນີ້ຈະຖືກຢຸດຕິໃນຈຸດເວລານັ້ນ. ໃນກໍລະນີອຳນາດການປົກຄອງເຕເຮຣານ ພ້ອມແລ້ວທີ່ຈະເຈລະຈາກ່ຽວກັບບັນຫາດັ່ງກ່າວ, ເມື່ອນັ້ນແມ່ນຈະຈັດຕັ້ງກອງປະຊຸມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ