ປະທານາທິບໍດີອາເມລິກາພ້ອມແລ້ວທີ່ຈະພົບປະກັບການນຳສປປ.ເກົາຫຼີ

(VOVWORLD) -ວັນທີ 12 ກັນຍາ, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ, ທ່ານພ້ອມແລ້ວທີ່ຈະພົບປະກັບການນຳສປປ.ເກົາຫຼີ Kim Jong un ໃນຈຸດເວລາໃດໜຶ່ງໃນປີ 2019 ນີ້ ເພື່ອເຊື່ອມຕໍ່ການເຈລະຈາປອດນິວເຄຼຍ.

ທ່ານປະທານາທິບໍດີ D.Trump ໄດ້ຍົກອອກຄຳຖະແຫຼງດັ່ງກ່າວພາຍຫຼັງໃນວັນທີ 09 ກັນຍາ, ທ່ານຮອງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Choe Son hui ໃຫ້ຮູ້ວ່າ, ພຽງຢາງ ພ້ອມແລ້ວທີ່ຈະເຊື່ອມຕໍ່ບັນດາການເຈລະຈາປອດນິວເຄຼຍກັບອາເມລິກາ ໃນທ້າຍເດືອນກັນຍານີ້. ບັນດານັກໄຈ້ແຍກນະໂຍບາຍຖືວ່າ, ເລື່ອງທ່ານປະທານາທິບໍດີ D.Trump ປົດຕຳແໜ່ງທ່ານທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ John Bolton, ຜູ້ທີ່ເຄີຍມີທັດສະນະແຂງກະດ້າງໃນສຳນວນເອກະສານນິວເຄຼຍສປປ.ເກົາຫຼີ, ອາດຈະໜູນຊ່ວຍໃຫ້ວິວັດທະນາການເຊື່ອມຕໍ່ການເຈລະຈານິວເຄຼຍຄືນໃໝ່ລະຫວ່າງວໍຊິງຕັນ ແລະ ພຽງຢາງ. ເຖິງຢ່າງໃດກໍ່ຕາມ, ສິ່ງດັ່ງກ່າວມີຄວາມໝາຍວ່າເປົ້າໝາຍຂອງອາເມລິກາ ເກ້ຍກ່ອມໃຫ້ສປປ.ເກົາຫຼີ ປົດອາວຸດນິວເຄຼຍແມ່ນມີຄວາມງ່າຍດາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ