ປະທານາທິບໍດີອາເມລິກາ,ຟຣັ່ງຢັ້ງຢືນການພົວພັນພັນທະມິດອັນສະໜິດແໜ້ນ

ປະທານາທິບໍດີອາເມລິກາ,ຟຣັ່ງຢັ້ງຢືນການພົວພັນພັນທະມິດອັນສະໜິດແໜ້ນ - ảnh 1
ທ່ານ​ປະທານາທິບໍດີ Barack Obama ​ແລະ ​ທ່ານ​ປະທານ​າທິບໍດີ Francois Hollande
(ພາບ: AFP-TTXVN)


(vovworld) – ວັນ​ທີ 11/2, ຢູ່​ທຳນຽບຂາວ, ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Barack Obama ​ໄດ້​ສະຫງວນ​ພິທີ​ຕ້ອນຮັບ​ພິ​ເສດ​ລະດັບ​ລັດ​ໃຫ້​ທ່ານ​ປະທານ​າທິບໍດີ ຝຣັ່ງ Francois Hollande, ພ້ອມ​ທັງ​ຍ້ອງຍໍ​ຊົມ​ເຊີຍ​ການ​ພົວພັນ​ພັນ​ທະ​ມິດ ອາ​ເມ​ລິ​ກາ - ຝຣັ່ງ ​ແມ່​ນການ​ພົວພັນ​ສະໜິດ​ແໜ້ນ. ນີ້​ແມ່ນ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ທາງ​ລັດຖະກິດ​ຄັ້ງ​ທຳ​ອິດ​ຂອງ​ປະທານາທິບໍດີ ຝຣັ່ງທ່ານ​ໜຶ່ງ ​ໃນ​ເກືອບ 2 ທົດ​ສະ​ວັດ​ທີ່​ຜ່ານ​ມາ. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານາທິບໍດີ ປະ​ເທດ​ເຈົ້າພາບ Barack Obama ​ແລະ ທ່ານ​ປະທານ​າທິບໍດີ Francois Hollande ດຳ​ເນີນ​ການ​ເຈລະຈາ. ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ການ​ເຈລະຈາ​ແມ່ນ​ບັນ​ດາ​ມາດ​ຕະການ​ປັບປຸງ​ການ​ພົວພັນ​ພັນທະ​ມິດ ອາ​ເມ​ລິ​ກາ - ຝຣັ່ງ, ສົມທົບ​ນະ​ໂຍບາຍ​​ແກ້​ໄຂ​ບັນດາຈຸດ​​ເຄັ່ງຮ້ອນ​ຂອງ​ໂລກ, ​ໃນ​ນັ້ນ​ມີ​ການ​ເຈລະ​ຈາ​ທີ່​ໄດ້ ​ແລະ ພວມ​ດຳ​ເນີນ​ໄປ​ລະຫວ່າງ ກຸ່ມ P5+1 ກັບ ອີຣານ ​ເພື່ອ​ຢຸດຕິ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້, ​ເສີກກາງ​ເມືອງ​ຢູ່ ຊີຣີ ພາຍຫຼັງ​ການເຈລະຈາ​ 2 ຮອບ​ແຕ່​ບໍ່​ທັນ​ບັນ​ລຸ​ຜົນ​ເທື່ອ​.​.​.

    ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​າທິບໍດີ Francois Hollande ຢືນ​ຢັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ ປາຣີ ​ແລະ ວໍ​ຊິງ​ຕັນ ​​ເຊິ່ງໄດ້​ຮັບ​ການ​ຟື້ນ​ຟູ​ພາຍຫຼັງ​ເຫດການ​ລັກ​ຟັງ​​ໂທລະສັບ​ຂອງ​ວົງ​ການ​​ເຈົ້າ​ໜ້າ​ທີ່​ຫຼາຍ​ປະ​ເທດຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ (NSA). ການ​ນຳ 2 ປະ​ເທດ​ກໍ່​ໄດ້​ຍົກ​ອອກ​ຄຳ​ຖະ​ແຫຼ​ງຕ່າງໆ​ທີ່​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ພົ້ນ​ເດັ່ນ​ຂອງ​ໂລກ.

    ກໍ່​ໃນ​ຕອນ​ຄຳ່​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ Obama ​ເປັນ​​ເຈົ້າ​ການຈັດ​ຕັ້ງ​ງານ​ລ້ຽງ​ທ່ານທ່ານ​ປະທານ​າທິບໍດີ Francois Hollande.

 

 


ຂ່າວ/ບົດ​ອື່ນ