ປະທານາທິບໍດີອາເມລິກາລົງນາມໃນລັດຖະດຳລັດເຂົ້າເມືອງກ່ຽວກັບລະບຽບການລີ້ໄພ

(VOVWORLD) -ຕອນຄ່ຳວັນທີ 09 ພະຈິກ, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ, ທ່ານໄດ້ລົງນາມໃນລັດຖະດຳລັດສະບັບໃໝ່ ເພື່ອແນໃສ່ຈຳກັດຂະບວນຄົນເຂົ້າເມືອງຢ່າງຜິດກົດໝາຍເຊິ່ງຂໍ້ລີ້ໄພຢູ່ປະເທດນີ້.

ປະທານາທິບໍດີອາເມລິກາລົງນາມໃນລັດຖະດຳລັດເຂົ້າເມືອງກ່ຽວກັບລະບຽບການລີ້ໄພ - ảnh 1

ປະທານາທິບໍດີອາເມລິກາລົງນາມໃນລັດຖະດຳລັດເຂົ້າເມືອງກ່ຽວກັບລະບຽບການລີ້ໄພ 

(ພາບປະກອບ: AFP/TTXVN)

ການກະທຳດັ່ງກ່າວແມ່ນສະແດງໃຫ້ເຫັນທ່າທີ່ແຂງກະດ້າງຂອງອຳນາດການປົກຄອງອາເມລິກາ ແມ່ນຢືດໝັ້ນປະຕິບັດຂະບວນຊາວອົບພະຍົບຈາກບັນດາປະເທດອາເມລິກາກາງ, ໄປຜ່ານດິນແດນເມັກຊີໂກ ເພື່ອຂໍ້ລີ້ໄພຢູ່ອາເມລິກາ.

        ຕາມລັດຖະດຳລັດປະຕິບັດຂໍ້ກຳນົດໃໝ່, ເຊິ່ງກະຊວງຄວາມໝັ້ນຄົງພາຍໃນອາເມລິກາ ປະກາດໃຊ້, ອະນຸຍາດໃຫ້ທ່ານປະທານາທິບໍດີ Donald Trump ມີສິດຈຳກັດການເຂົ້າເມືອງຢ່າງຜິດກົດໝາຍຖ້າຫາກເຫັນວ່າສະພາບການອາດຈະນາບຂູ່ເຖິງຜົນປະໂຫຍດແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ